ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນັກຮຽນອຸປະໂພກ ຊຸດທີ 5 ທະຫານແຂວງ ໄຊຍະບູລີ ສອບເສັງວິຊາປຸງແຕ່ງ


ສະຫາຍ ພັນໂທ ອຳໄພ ອຸ່ມສາພົນ ເປັນປະທານຊີ້ນໍາໃນການສອບເສັງ

     ໃນວັນທີ 4 ມັງກອນ 2020 ຜ່ານມານີ້, ນັກຮຽນອຸປະໂພກ ຊຸດທີ 5 ທະຫານແຂວງ ໄຊຍະບູລີ ໄດ້ສອບເສັງວິຊາປຸງແຕ່ງ ໂດຍການເປັນປະທານຊີ້ນໍາຂອງ ສະຫາຍ
ພັນໂທ ອຳໄພ ອຸ່ມສາພົນ ຮອງຫົວໜ້າຫ້ອງພະລາທິການກອງບັນຊາການທະຫານແຂວງ ໄຊຍະບູລີ, ມີຕາງໜ້າຈາກກອງບັນຊາການທະຫານແຂວງ, ມີຄະນະອຳນວຍ
ໂຮງຮຽນ ພ້ອມດ້ວຍຄູ - ອາຈານເຂົ້າຮ່ວມ.

     ຜ່ານການຮໍ່າຮຽນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຫັນວ່ານັກຮຽນແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນຕາມຫຼັກສູດຂອງວິຊາປຸງແຕ່ງໄດ້ເປັນຢ່າງດີ ສະແດງ
ອອກການສອບເສັງໃນຄັ້ງນີ້ແມ່ນໄດ້ຈັດເປັນ 4 ໜວດ ນັກຮຽນ, ມີນັກຮຽນທັງໝົດ 129 ຄົນ ຜ່ານການສອບເສັງໝວດ 1 ໄດ້ຄະແນນ 9, ໝວດ 2, ໝວດ 3 ແລະ
ໝວດ 4 ໄດ້ຄະແນນ 8 ຜ່ານການຮໍ່າຮຽນມາເປັນເວລາ 5 ເດືອນຜ່ານມາສຳເລັດການຮໍ່າຮຽນໄປແລ້ວ 12 ວິຊາ ແລະ ສາມາດຕີລາຄາຄວາມຮັບຮູ້ຂອງນັກຮຽນໄດ້
85% ຖ້າທຽບໃສ່ແຜນການແມ່ນປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້.

     ໂອກາດນີ້ ສະຫາຍ ພັນໂທ ອຳໄພ ອຸ່ມສາພົນ ໄດ້ໃຫ້ທິດຊີ້ນຳຕໍ່ນັກຮຽນ ເພື່ອຈະໄດ້ນຳເອົາບົດຮຽນໃນຊຸດນີ້ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນກົມ
ກອງທີ່ຕົນເອງຮັບຜິດຊອບໃຫ້ໄດ້ຮັບໝາກຜົນສູງ.