ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ພັກ-ຄະນະ​ອຳນວຍການ​ໂຮງໝໍ 107 ມອບ​ເງີ​ນນະ​ໂຍບາຍ​ໃຫ​້ພະນັກງານ​ບຳນານ


ພິທີມອບເງິນນະ​ໂຍບາຍໃຫ້ແກ່ພະນັກງານບຳນານ

     ວັນທີ 3 ກຸມພາ 2020 ນີ້ ຢູ່ໂຮງໝໍບໍລິເວນ 107 ໄດ້ຈັດພິທີມອບເງິນໃຫ້ແກ່ພະນັກງານຜູ້ທີ່ມີອາຍຸກະສຽນພັກຜ່ອນເຂົ້າຮັບບຳນານ ໂດຍອີງຕາມກົດໝາຍວ່າດ້ວຍ
ນາຍທະຫານກອງທັບປະຊາຊົນລາວ ແລະ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກຜ່ອນຮັບເບ້ຍບຳນານ ຈຳນວນ 2 ສະຫາຍ ຄື: ສະຫາຍ ພັນໂທ ນາງ ນາ
ທອນ ສູນທາລາ ຈຳນວນເງິນ 22.770.000 ກີບ ແລະ ສະຫາຍ ພັນໂທ ບຸນເຖິງ ຈັນທະວົງສາ ຈຳນວນເງິນ 14.515.000 ກີບ. ໂດຍແມ່ນ ສະຫາຍ ພັນໂທ ຍຸຄອນ
ຜາລີເພັງ ຮອງເລຂາຄະນະພັກຮາກຖານ, ຫົວໜ້າ ການເມືອງໂຮງໝໍໃຫ້ກຽດມອບ.

     ການມອບເງິນດັ່ງກ່າວ ແມ່ນການປະຕິບັດນະໂຍບາຍຂອງພັກ - ລັດທີ່ມີຕໍ່ນາຍ ແລະ ພົນທະຫານໃນຖັນແຖວກອງທັບປະຊາຊົນລາວທີ່ໄດ້ປະກອບສ່ວນເຂົ້າໃນພາ
ລະກິດປະຕິວັດເສຍສະຫຼະທາງກາຍ, ສະຕິ ປັນຍາເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນນັ້ນແມ່ນການປະຕິບັດຕາມໜ້າທີ່ວຽກງານຂອງຕົນທີ່ຂັ້ນ
ເທິງມອບໝາຍໃຫ້ໃນໄລຍະຜ່ານມາ ແລະ ຈຳນວນເງິນດັ່ງກ່າວ ເພື່ອເປັນທຶນຮອນໃນການສ້າງສາພັດທະນາເສດຖະກິດຄອບຄົວປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ສອດ
ຄ່ອງເໝາະສົມ ແລະ ດີຂຶ້ນກວ່າເກົ່າ.