ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນທະຫານ ຢູ່ກອງພັນໃຫຍ່ 643


ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເປັນປະທານພິທີ​ປະກາດ​ເລື່ອນ​ຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນທະຫານ

     ວັນທີ 8 ກັນຍາ 2020 ນີ້, ກອງພັນໃຫຍ່ 643 ໄດ້ປະກາດການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນທະຫານ, ໂດຍການເປັນປະທານຂອງສະຫາຍ ພັນໂທ
ບຸນມີ ດວງມະນີຈັນ ເລຂາຄະນະພັກ ຫົວໜ້າ ການເມືອງກອງພັນໃຫຍ່, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພັນໂທ ອຸ່ນຄຳ ນັນທະວົງ ຮອງຫົວໜ້າ ພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ
ການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນທະຫານຢູ່ກອງພັນໃຫຍ່ 643 ຈຳນວນ 59 ສະຫາຍ. ໃນນັ້ນ, ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ ມີ 7 ສະຫາຍ, ຍິງ 1 ສະ
ຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 9 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 18 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 18 ສະຫາຍ ແລະ ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 4 ສະຫາຍ,
ຍິງ 1 ສະຫາຍ ແລະ ວາທີ ເລື່ອນທຽບຊັ້ນ ຮ້ອຍຕີ 3 ສະຫາຍ.