ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທູດ​ທະຫານ ສສ ຫວຽດນາມ ອວຍ​ພອນ​ທະຫານ​ນະຄອນຫຼວງວຽງຈັນ
​​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ກອງທັບ ຄົບ​ຮອບ 71 ປີ


ທູດ​ທະຫານ ສສ ຫວຽດນາມ ອວຍ​ພອນທະຫານ​ນະຄອນຫຼວງວຽງຈັນ

     ໃນວັນທີ 10 ມັງກອນນີ້, ສະຫາຍ ພັນໂທ ຟາມ ແອັງ ຢຸງ ຮອງທີ່ປຶກສາທູດປ້ອງກັນຊາດ ສສຫວຽດນາມ ປະຈໍາລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ
ເຂົ້າອວຍພອນກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ເຊິ່ງໃນໂອກາດນີ້, ສະຫາຍ ກໍໄດ້ກ່າວຄຳ
ອວຍພອນອັນປະເສີດ ເນື່ອງໃນໂອກາດວັນສຳຄັນດັ່ງກ່າວທີ່ມີຄວາມໝາຍອັນເລິກເຊິ່ງມາຍັງກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມກັນນັ້ນ ສະຫາຍ ພັນ
ເອກ ສີ ທະວີໄຊ ຫົວໜ້າ ການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈມາຍັງສະຫາຍຮອງ
ທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈໍາລາວ ພ້ອມຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຕໍ່ວັນສຳຄັນດັ່ງກ່າວຂອງກອງທັບປະຊາຊົນລາວ ແລະ ນຳເອົາ
ຄຳຢ້ຽມຢາມຖາມຂ່າວມາສູ່ພະນັກງານ - ນັກຮົບພາຍໃນກອງບັນຊາການທະຫານນະຄອນຫຼວງວຽງຈັນ, ທັ້ງນີ້ກໍຍັງເປັນການເສີມສ້າງຄວາມຜູກພັນເຊິ່ງກັນ ແລະ ກັນ
ແລະ ຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ກັບຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ
ໃຫ້ນັບມື້ຍິ່ງແໜ້ນແຟ້ນຂຶ້ນເລື້ອຍໆ.