ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການອົງການກາແດງແຂວງ ຈຳປາສັກ ລົງ​ເຄື່ອນ​ໄຫວ​ຮັບ​ບໍລິຈາກ​ເລືອດ​ຢູ່​ກອງພັນ 13


ບໍລິຈາກເລືອດຢູ່ກອງພັນ 13 ຂຶ້ນກັບກອງພັນໃຫຍ່ 501 ກອງພົນທີ 5

     ໃນວັນທີ 9 ກັນຍານີ້, ຫ້ອງການອົງການກາແດງແຂວງ ຈຳປາສັກ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດຢູ່ກອງພັນ 13 ຂຶ້ນກັບກອງພັນໃຫຍ່ 501 ກອງພົນທີ 5, ເຊິ່ງ
ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນກົມກອງດັ່ງກ່າວເຂົ້າຮ່ວມ.

     ສະຫາຍ ຮ້ອຍເອກ ອ່ອນຕາ ໂພທິສານ ຊ່ວຍວຽກພະແນກເສນາຮັກ ກອງພົນທີ 5 ໄດ້ໃຫ້ຮູ້ວ່າ: ເລືອດມີຄວາມສຳຄັນທີ່ສຸດຕໍ່ຮ່າງກາຍ ແລະ ຊີວິດຂອງທຸກຄົນ, ສະ
ນັ້ນ, ການບໍລິຈາກເລືອດ ຈຶ່ງເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ແລະ ຈໍາເປັນຕໍ່ການປິ່ນປົວຄົນເຈັບບໍ່ວ່າຈະແມ່ນການເຈັບຈາກອຸບັດຕິເຫດ ຫຼື ຄົນທີ່ເປັນພະຍາດຕ່າງໆ
ທີ່ຕ້ອງການເລືອດແບບສຸກເສີນ ເຊິ່ງປັດຈຸບັນຄວາມຕ້ອງການເລືອດເພື່ອນໍາໄປຊ່ວຍເຫຼືອຄົນເຈັບຢູ່ໂຮງໝໍແຫ່ງຕ່າງໆພາຍໃນແຂວງເຫັນວ່າມີຈໍານວນຫຼວງຫຼາຍ.

     ສະຫາຍ ໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບ ຜູ້ທີ່ມີຮ່າງກາຍສົມບູນ ແລະ ເລືອດຜ່ານມາດຖານ ການກວດກາຈາກແພດໝໍມາບໍລິຈາກເລືອດ ເພື່ອປະກອບສ່ວນ
ຊ່ວຍເຫຼືອຫຼາຍໆຊີວິດທີ່ຕ້ອງການຄວາມຊ່ວຍເຫຼືອຈາກບັນດາສະຫາຍ, ເພາະໜຶ່ງນ້ຳໃຈຂອງສະຫາຍໃນມື້ນີ້ຄືການຊ່ວຍໜຶ່ງຊີວິດໃນຕໍ່ໜ້າ. ຜ່ານການລົງມາຮັບບໍລິຈາກ
ຂອງອົງການກາແດງແຂວງ ຈໍາປາສັກ ຄັ້ງນີ້, ມີຜູ້ບໍລິຈາກເລືອດທັງໝົດ 26 ສະຫາຍ, ໄດ້ເລືອດທັງໝົດ 26 ຖົງ.

     ໃນໄລຍະຜ່ານມາ, ຫ້ອງການອົງການກາແດງແຂວງ ຈຳປາສັກ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດຢູ່ກອງພັນ 13 ຫຼາຍໆຄັ້ງ ເຊິ່ງແຕ່ລະຄັ້ງ, ພະນັກງານ-ນັກຮົບ ໃນ
ກົມກອງຕ່າງກໍ່ພ້ອມໃຈກັນຮ່ວມບໍລິຈາກເລືອດເປັນຈໍານວນຫຼວງຫຼາຍເພື່ອນໍາໄປຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ.