ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ 701 ສຳເລັດ​ບັ້ນ​ອົບຮົມ-ຫັດ​ແອບ ຊ້ອມ​ຮົບ​ຍຸດທະວິທີ ບຸກ​ຕີ​ສັດຕູ​ຈັ້ງ​ທ່າ​ຂັ້ນ​ໝວດ


    ໃນ​ວັນ​ທີ 9 ທັນວາ 2022 ຜ່ານ​ມາ ກອງພັນນ້ອຍ 701 ​ຂຶ້ນ​ກັບກອງພັນ​ໃຫຍ່ 102 ກອງ​ພົນ​ທີ1 ໄດ້​ສຳເລັດ​ບັ້ນ​ອົບຮົມ-ຫັດ​ແອບ ຊ້ອມ​ຮົບ​ຍຸດທະ ວິທີບຸກ​ຕີ​ສັດຕູ​ຈັ້ງ​ທ່າ​ຂັ້ນ​ໝວດ ປະຈຳ​ປີ 2022, ໂດຍ​ການ​​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຫົວໜ້າ​ການ​ທະຫານ​ ກອງພັນ ​ໃຫຍ່ 102, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ຂະແໜງການ​ທີ່​ກ່ຽວຂ້ອງ, ພະນັກງານ​ຫຼັກ​ແຫຼ່ງ ແລະ ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມ.

     ສະຫາຍ ພັນ​ໂທ ຮີ​ໂລ ພິມ​ມະ​ສອນ ຫົວໜ້າ​ການ​ທະຫານ​ກອງພັນ 701 ໄດ້​ສະຫຼຸບ​ການ​ອົບຮົມ-ຫັດ​ແອບ​ຊ້ອມ​ຮົບ ຕະຫຼອດ​ໄລຍະ​ຜ່ານ​ມາ ໂດຍ​ໄດ້​ ຈັດ​ຕັ້ງ​ຫັດ​ແອບ​ຢ່າງ​ເຕັມ​ລະບົບ, ເຊິ່ງ​ການ​ຫັດ​ແອບ​ໄດ້​ແບ່ງ​ອອກ​ເປັນ 2 ພາກສ່ວນ​ຄື: ການ​ຫັດ​ແອບ​ຊ້ອມ​ຮົບ​ເທິງ​ແຜນ​ຮ່າງ ແລະ ການ​ຫັດ​ແອບ​ຊ້ອມ​ຮົບ ​ພາກ​ສະໜາມ​ຕົວ​ຈິງ, ການ​ຫັດ​ແອບ​ຢູ່​ພາກ​ສະໜາມ​​ໄດ້​ປະຕິບັດ​ຄື​ກັນ​ກັບ​ການ​ອອກ​ສູ້​ຮົບ​ຢູ່​ສະໜາມ​ຕົວ​ຈິງ ເຊິ່ງ​ໄດ້​ຫັດ​ແອບ​ລົງ​ເລິກ​ໃສ່​ລຳດັບ​ການ​ບັນຊາ​ ຂອງ​ຂັ້ນໝວດ, ກອງຮ້ອຍ ແລະ ກອງພັນ ແລະ ໄດ້​ຈັດ​ຕັ້ງ​ໃຫ້​ແຕ່​ລະ​ຂັ້ນ​ປະຕິບັດ​ຂັ້ນ​ຕອນ​ຄາດກະ​ແຜນການ​ສູ້​ຮົບ, ສືບ​ສະໜາມ, ວາງ​ແຜນການ​ຕັດສິນ ​ໃຈ ແລະ ແຕ້ມ​ແຜນ​ຮ່າງ​ສູ້​ຮົບ​ເທິງ​ແຜນທີ່ ເຊິ່ງ​ເຫັນ​ໄດ້​ແຕ່​ລະ​ພາກສ່ວນ​ສາມາດ​ກຳ​ແໜ້ນ​ໄດ້​ແຕ່​ລະ​ບາດກ້າວ​ຂອງ​ວຽກ​ງານ​ເສນາ​ທິ​ການ, ສາມາດ​ກຳ​ ແໜ້ນ​ພູມີ​ປະເທດ ແລະ ຮູ້​ໝູນ​ໃຊ້​ພາຫະນະ​ສູ້​ຮົບ ຈັດ​ວາງ​ແທດເໝາະ​ກັບ​ສະໜາມ​ຕົວ​ຈິງ. ຜ່ານ​ການ​ຊ້ອມ​ຮົບ​ປະສານ​ສຽງ​ແຕກ ຍຸດທະວິທີບຸກ​ຕີ​ສັດຕູ​ຈັ້ງ​ ທ່າ​ຂັ້ນ​ໝວດ ເຫັນ​ໄດ້​ວ່ານັກ​ເຝິກຊ້ອມ​ທຸກ​ພາກສ່ວນສາມາດ​ກຳ​ໄດ້​ທຸກ​ບາດກ້າວ​ໃນ​ການ​ເຄື່ອນ​ທັບ​ຕົວ​ຈິງ, ສາມາດ​ຮັບປະກັນ​ປິດ​ລັບ​ໃນ​ການ​ປະສານ​ສູ້​ ຮົບ​ໄດ້​ດີ, ດັບ​ສູນ​ເປົ້າ​ໝາຍ​ໄດ້​ຕາມ​ຄາດໝາຍ ແລະ ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ໄດ້ 100%.

     ໂອກາດ​ນີ້ ສະຫາຍ​ ປະທານ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່ຜົນສຳເລັດ​ໃນ​ການ​ຫັດ​ແອບ​ຊ້ອມ​ຮົບ. ພ້ອມ​ນັ້ນ, ຍັງ​ໄດ້​ຮຽກຮ້ອງ​ໃຫ້​ນັກ​ເຝິກ ຊ້ອມ ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ບົດຮຽນ​ໃນ​ການ​ອົບຮົມ-ຫັດ​ແອບ​ໃນ​ຄັ້ງ​ນີ້ ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ, ພ້ອມ​ກັນ​ແກ້​ ໄຂ​ສິ່ງ​ທີ່​ບົກ​ຜ່ອງ, ກຳ​ແໜ້ນບັນດາ​ບາດກ້າວ​ໃນ​ການ​ບັນຊາຕາມ​ວິຊາ​ສະເພາະ​ເຫຼົ່າ​ຮົບ​ເຝິກຝົນ​ໃຫ້​ມີຄວາມ​ກ້າແກ່ນ, ພ້ອມ​ກັນ​ພັດທະນາ​ກົມ​ກອງ​ໄປ​ຕາມ ​ຍຸກ​ສະໄໝ ແລະ ຮັກສາ​ໄດ້​ນາມມະຍົດ​ຂອງ​ກົມ​ກອງໃຫ້​ສົມ​ກັບ​ເປັນ​ກຳລັງ​ເຄື່ອນ​ທີ່​ໄວ​ຂອງ​ກອງພັນ​ໃຫຍ່ 102 ຢ່າງ​ອົງອາດ​ກ້າຫານ.

ແຫຼ່ງທີ່ມາ: ສົມບູນ ບົວນ້ອຍສອນ
ວັນທີ 15/12/2022