ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 4 ເປີດຊຸດອົບຮົມ-ຫັດແອບ ປະຈຳປີ 2021


     ພິທີເປີດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳປີ 2021 ຂອງກອງພົນທີ 4 ໄດ້ຈັດຂຶ້ນໃນວັນທີ 9
ກຸມພາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າການທະຫານ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາ
ກອງພົນ, ອົງການ 5 ຫ້ອງ, ພະແນກການ, ກອງພັນໃຫຍ່ 401, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວກອງພົນທີ 4
ເຂົ້າຮ່ວມ.

     ສະຫາຍ ພັນໂທ ສົມສະໄໝ ສີດາວັນ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການ ກອງພົນທີ 4 ໄດ້ຜ່ານແຜນການອົບຮົມ ການທະຫານ-ຫັດແອບ
ການເມືອງ ແລະ ພະລາທິການ-ເຕັກນິກ ປະຈຳປີ 2021 ໂດຍປະຕິບັດຕາມ ຄໍາສັ່ງ ອົບຮົມ-ຫັດແອບ ຂອງ ກົມ ໃຫຍ່ເສນາທິການ ແລະ ແຜນການ ອົບ
ຮົມ-ຫັດແອບ ປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ປະຈຳປີ 2021 ຂອງກອງພົນທີ 4 ວ່າດ້ວຍ ເນື້ອໃນກໍານົດເວລາ ແລະ ວິທີຈັດຕັ້ງປະ
ຕິບັດ, ສິລະປະຍຸດ-ຍຸດທະວິທີ ມີລະບຽບວິໄນເຂັ້ມງວດ, ໃນນີ້ ພາກການເມືອງ 10 ວັນ, ພາກການທະຫານ 140 ວັນ, ພາກພະລາທິການ-ເຕັກນິກ 10
ວັນ, ອົບຮົມວິຊາສະເພາະເຫຼົ່າຮົບ ຕ່າງໆ 100 ວັນ, ໃນການອົບຮົມ-ຫັດແອບ ຈະໄດ້ດຳເນີນໄປ ເປັນເວລາ 160 ວັນ ແບ່ງອອກ ເປັນ 2 ໄລຍະ ຄື: ໄລ
ຍະທີ 1 ເລີ່ມແຕ່ຕົ້ນເດືອນກຸມພາ ຫາ ເດືອນພຶດສະພາ ປີ 202, ໄລຍະທີ 2 ເລີ່ມແຕ່ເດືອນກໍລະກົດ ຫາ ເດືອນພະຈິກ ປີ 2021 ການອົບຮົມ ເພື່ອເຮັດ
ໃຫ້ນາຍ ແລະ ພົນທະຫານ ກຳໄດ້ພາກທິດສະດີ ແລະ ພາກປະຕິບັດ ຕົວຈິງ, ເຮັດໃຫ້ພະນັກງານ-ນັກຮົບ ມີຄວາມເຂັ້ມແຂງຊຳນິຊຳນານ ໃນການກຽມ
ພ້ອມສູ້ຮົບ ແລະ ຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ.

     ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ ຫົວໜ້າການທະຫານ ກອງພົນທີ 4 ໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ໃນການຈັດຕັ້ງປະຕິບັດ
ແຜນການອົບຮົມ-ຫັດແອບ ປະຈຳປີ 2020 ຜ່ານມາ, ພ້ອມເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງຍົກສູງຄວາມຮັບຜິດ ຊອບໜ້າທີ່ ການ
ເມືອງຂອງຕົນ ໃຫ້ສູງກວ່າເກົ່າ, ກຳແໜ້ນທິດສະດີ ຫຼັກການ ໃຫ້ເລິກເຊິ່ງ ເຖິງຖອງ, ເອົາຄຸນນະພາບເປັນກົກ ປະລິມານເປັນສຳຄັນ, ເພື່ອສູ້ຊົນ ເຮັດໃຫ້
ການອົບຮົມການເມືອງຫັດແອບການທະຫານ ແລະ ພະລາທິການ-ເຕັກນິກ ປະຈຳປີ 2021 ໃຫ້ບັນລຸໝາກຜົນສູງ, ຕາມແຜນການທີ່ກົມໃຫຍ່ເສນາທິ
ການ ກອງທັບ ວາງອອກ ສາມາດຮັບປະກັນຄວາມປອດໄພ 100 %.