ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໝາກຜົນຂອງການສ້າງພາລາທິການ ຢູ່ກອງພັນໃຫຍ່ 643

     ສະຫາຍ ພັນເອກ ບົວລອຍ ດວງລາວົງ ຫົວໜ້າການທະຫານ ກອງພັນໃຫຍ່ 643 ໃຫ້ຮູ້ວ່າ: ອີງໃສ່ຈຸດພິເສດທີ່ຕັ້ງຂອງກົມກອງ ເປັນເຂດພູພຽງ
ອ້ອມຮອບ ໄປດ້ວຍປ່າຄັງສະຫຼັບ ກັບຕົ້ນແປກ ແບບກະແຈກກະຈາຍ, ບໍ່ມີສາຍນໍ້າ ຫ້ວຍໄຫຼຜ່ານ ເຖິງຈະມີຂອບເຂດ ເນື້ອທີ່ກວ້າງຂວາງ ແຕ່ກໍ່ບໍ່ສາ
ມາດຈະເຮັດນາ ປູກເຂົ້າໄດ້ ແຕ່ກົງກັນຂ້າມພັດເໝາະສົມ ແກ່ການປູກພືດ ປະເພດ: ສາລີ, ມັນຕົ້ນ ແລະ ພືດລົ້ມລຸກ ຊະນິດຕ່າງໆ ແລະ ເປັນຄັງລ້ຽງ
ສັດໃຫຍ່ ປະເພດ ງົວ, ຄວາຍ, ແບ້. ດັ່ງນັ້ນ ຄະນະພັກ-ຄະນະບັນຊາ ຈຶ່ງໄດ້ຊຸກຍູ້ ໃຫ້ແຕ່ລະຫົວໜ່ວຍການຈັດຕັ້ງ ແລະ ກອງຮາກຖານ ທີ່ຂຶ້ນກັບ ແຂ່ງ
ຂັນກັນປູກພືດ-ຜັກສວນຄົວ ຊະນິດຕ່າງໆ ແລະ ລ້ຽງສັດໃຫຍ່ ປະເພດ ງົວ, ຄວາຍ, ແບ້, ໝູ ແລະ ສັດປີກ (ປັດ-ໄກ່ພັນ ພື້ນເມືອງ) ເພື່ອຮັບປະກັນແກ່
ການລ້ຽງດູ ກຳລັງ ໃຫ້ໄດ້ໃນລະດັບແນ່ນອນ ຕາມທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທີ່ພັກ-ລັດ ກໍ່ຄືກະຊວງປ້ອງ
ກັນປະເທດວາງອອກ.

     ໃນ ພຶດຕິກຳຕົວຈິງແລ້ວ, ນັບແຕ່ມື້ ສ້າງຕັ້ງກອງພັນໃຫຍ່ຂຶ້ນມາ, ເຖິງຈະມີຂໍ້ຫຍຸ້ງຍາກ ແລະ ຂໍ້ກຳຈັດຫຼາຍດ້ານກໍ່ຕາມ ໂດຍສະເພາະແມ່ນແຫຼ່ງ
ທຶນບໍ່ພຽງພໍ, ແຫຼ່ງນໍ້າບໍ່ເອື້ອອຳນວຍ, ພະນັກງານວິຊາການກ່ຽວກັບການປູກການລ້ຽງຍັງຂາດ ແຕ່ຄະນະພັກ-ຄະນະບັນຊາ ແຕ່ລະຮຸ່ນ ກໍ່ສະດຸ້ງໄວຕໍ່ທິດ
ນຳຂອງພັກ-ລັດ ຂັ້ນເທິງ ແລະ ມູນເຊື້ອດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ ຂອງກອງທັບ, ຈັດຕັ້ງນຳພາ-ຊີ້ນຳ ພະນັກງານ-ນັກຮົບ ຂອງຕົນແຂ່ງ
ຂັນກັນ ປະຕິບັດແຜນການ ຄາດໝາຍສູ້ຊົນ ແຕ່ລະດ້ານ ແຕ່ລະໄລຍະ ມີປະສິດທິຜົນນັບມື້ດີຂຶ້ນ, ສ້າງໄດ້ພື້ນຖານອັນດີຫຼາຍດ້ານ ສາມາດຮັບປະກັນ
ແກ່ການລ້ຽງດູ ກຳລັງໄດ້ໃນລະດັບທີ່ແນ່ນອນ, ຫຼຸດຜ່ອນການເອື່ອຍອີງໃສ່ແຕ່ທ້ອງຕະຫຼາດ ໂດຍສະເພາະແມ່ນ ດ້ານພືດຜັກ ແລະ ຊີ້ນ-ປາ.

     ສະຫາຍ ຫົວໜ້າການທະຫານ ກອງພັນໃຫຍ່ 643 ຍັງໃຫ້ຮູ້ຕື່ມອີກວ່າ: ດ້ານເຂົ້າກິນ ພວກເຮົາ ໄດ້ເຊັນສັນຍາຊື້ເຂົ້ານຳບໍລິສັດ ເອກະຊົນ ໃນລາຄາ
ຊີ້ນຳ ຂອງກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ກຳນົດໄວ້ ເຊິ່ງຮັບປະກັນທ່ວງທັນຄົບຖ້ວນ ຕາມກຳນົດເວລາ, ພະນັກງານນັກຮົບ ໄດ້
ບໍລິໂພກເຂົ້າດີ ມີຄຸນນະພາບ; ດ້ານການສະໜອງນໍ້າ ຮັບໃຊ້ຊີວິດ ການເປັນຢູ່ ປະຈຳວັນ ແລະ ຫົດເນື້ອທີ່ສວນຄົວໄດ້ ເຈາະນໍ້າບາດານໃຊ້ໂປ່ມນໍ້າໄຟຟ້າ
ເຊິ່ງໄດ້ສ້າງຄວາມສະດວກດີ ເປັນການກະຕຸກຊຸກຍູ້ຂະບວນ ການເຮັດສວນຄົວ, ການລ້ຽງປາ ໃສ່ອ່າງ, ໃສ່ໜອງ ແລະ ລ້ຽງສັດ ປະເພດຕ່າງໆ ບັນລຸໄດ້
ຕາມຄາດໝາຍ.

     ສະເພາະປີ 2021 ຜ່ານມາ, ສັງລວມແລ້ວ ທົ່ວກອງພັນໃຫຍ່ ສາມາດກຸ້ມກິນດ້ານພືດ-ຜັກ ໄດ້ເກືອບ 100%, ມີບາງໄລຍະ (ລະດູແລ້ງ) ມີຫຼາຍ
ຫົວໜ່ວຍ, ກົມກອງຮາກຖານ ຍັງເຫຼືອກິນ ຂາຍເປັນສິນຄ້າສ້າງລາຍຮັບ ເຂົ້າຄັງລວມ ແລະ ບຸກຄົນ. ນອກນີ້, ແມ່ນການປູກຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້
ປະດັບ, ຕົ້ນໄມ້ອຸດສາຫະກຳ ເທົ່າທີ່ແຕ່ລະຄົນຊອກຫາມາໄດ້ ເຊິ່ງໃນປີຜ່ານມາ ໄດ້ປູກ ເພີ່ມ 3-4 ຕົ້ນຕໍ່ຄົນ ເພື່ອໃຫ້ບັນລຸໄດ້ຕາມທິດສ້າງຄ້າຍຂຽວ ແລະ
ມີວັດທະນະທຳຈົບງາມ; ດ້ານການລ້ຽງສັດ ສາມາດຮັບປະກັນ ການກຸ້ມຕົນເອງໄດ້ດີ, ແຕ່ລະບຸກຄົນ ໄດ້ລ້ຽງເປັດ-ໄກ່ພັນ ພື້ນເມືອງ ຕໍ່າສຸດ 5 ໂຕຕໍ່ປີ,
ມີຫຼາຍຄົນ ໄດ້ລ້ຽງຫຼາຍຂາຍສ້າງລາຍຮັບເພີ່ມ ແກ່ຕົນເອງ, ສະເພາະລວມຂອງ ກອງພັນໃຫຍ່ ໄດ້ລົງທຶນລ້ຽງ ງົວໃສ່ຄັງ ເຊິ່ງມີງົວ 200 ກວ່າໂຕ ລວມ
ທັງຂອງແຕ່ຫົວໜ່ວຍ ກອງຮາກຖານ, ລ້ຽງໄກ່ພັນໄຂ່ 600 ໂຕ, ໄກ່ແມ່ພັນໄຂ່ 200 ກວ່າໂຕ ແລະ ໄກ່ພັນຊີ້ນ ຈຳນວນໜຶ່ງ. ນອກນີ້, ແມ່ນການລ້ຽງ
ໝູພັນ ພື້ນເມືອງ 3-5 ໂຕຕໍ່ຫົວໜ່ວຍ ການຈັດຕັ້ງ. ໄປພ້ອມໆກັນນີ້, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ຍັງຮູ້ນຳໃຊ້ທ່າແຮງ ບົ່ມຊ້ອນຕົວຈິງ ດ້ານ
ວິຊາການ-ແຮງງານ ໃນການຜະລິດຖ່ານຫີນກ້ອນສຳລັບດັງໄຟ ທົດແທນການນໍາໃຊ້ຟືນ ໃນການຫຸງຕົ້ມປຸງແຕ່ງອາຫານ ແລະ ຫຼໍ່ເສົາເບຕົງຊະນິດຕ່າງໆ
ສຳລັບ ຮັບໃຊ້ກິດຈະການລວມ ແລະ ບໍລິການຂາຍຮັບໃຊ້ທົ່ວໄປ ເພື່ອສ້າງລາຍຮັບເພີ່ມແກ່ກົມກອງ ເຊິ່ງສັງລວມແລ້ວປີ 2021 ຜ່ານມາ ສາມາດສ້າງ
ລາຍຮັບ ຈາກການປູກ-ການລ້ຽງ ແລະ ບໍລິການຕ່າງໆ ໄດ້ຫຼາຍກວ່າ 241 ລ້ານກີບ. ນອກນີ້, ແຕ່ລະຫົວ ໜ່ວຍຮາກຖານທີ່ຂຶ້ນກັບ ກໍ່ສາມາດສ້າງລາຍ
ຮັບຈາກການປູກ ການລ້ຽງຕໍ່າສຸດ 15-20 ລ້ານ ກວ່າກີບຂຶ້ນໄປ.

     ສະຫາຍ ພັນເອກ ບົວລອຍ ດວງລາວົງ ໄດ້ສັງລວມໃຫ້ຮູ້ວ່າ: ເຖິງແມ່ນລາຍຮັບຈາກແຫຼ່ງຕ່າງໆ ຂອງພວກເຮົາຈະບໍ່ຫຼວງຫຼາຍກໍ່ຕາມ, ດ້ວຍການ
ຄຸ້ມຄອງ ນໍາໃຊ້ດີ, ມີຈຸດສຸມນັ້ນ ຈຶ່ງເຮັດໃຫ້ ທົ່ວກອງພັນໃຫຍ່ ຂອງພວກເຮົາ ສາມາດກຸ້ມຕົນເອງດ້ານການເງິນ ໝູນໃຊ້ເຂົ້າໃນວຽກງານ ບໍລິຫານ
ລວມ ແລະ ປັບປຸງພັດທະນາດ້ານຕ່າງໆສົມທົບໃສ່ງົບປະມານ ທີ່ຂັ້ນເທິງສະໜອງ ໃຫ້ເປັນຕົ້ນ ແມ່ນການຊື້ເຄື່ອງຮັບໃຊ້ຫ້ອງການ, ການສ້ອມແປງພາ
ຫະນະຮັບໃຊ້, ສ້ອມແປງອາຄານສະຖານທີ່, ສ້ອມແປງລະບົບໄຟຟ້າ, ຊື້ໂປ່ມນໍ້າ ແລະ ອື່ນໆ ເຮັດໃຫ້ການເຄື່ອນໄຫວ ປະຕິບັດໜ້າທີ່ການເມືອງຂອງກົມ
ກອງມີຄວາມສະດວກ ແລະ ມີປະສິດທິຜົນດີ. ເຊິ່ງໃນທິດທາງແຜນການຕໍ່ໜ້ານີ້ ຄະນະພັກ-ຄະນະບັນຊາ ພວກເຮົາ ໄດ້ວາງຄາດໝາຍ ໃຫ້ພະນັກງານ-
ນັກຮົບ ແລະ ແຕ່ລະຫົວໜ່ວຍການຈັດຕັ້ງກົມກອງຮາກຖານ ສືບຕໍ່ ແຂ່ງຂັນກັນປູກ-ລ້ຽງ ໃຫ້ຟົດຟື້ນກວ້າງຂວາງມີປະສິດ ທິຜົນດີລື່ນເກົ່າ ດ້ວຍການ
ນຳໃຊ້ ເຕັກນິກກະສິກໍາເຂົ້າຊ່ວຍ ບົນຈິດໃຈຮັບປະກັນແກ່ການລ້ຽງດູກຳລັງ ໃຫ້ໄດ້ໃນລະດັບທີ່ແນ່ນອນ ພ້ອມກັນນໍາພາກົມກອງຂອງຕົນກ້າວຂຶ້ນຢ່າງບໍ່
ຢຸດຢັ້ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/02/2022