ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບ້ານ ນ້ຳປຸກ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ປະສົບໄພນ້ຳຖ້ວມ


ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ບ້ານ ນ້ຳ​ປຸກ ​ເມືອງ ຫ້ວຍ​ຊາຍ ​ແຂວງ ບໍ່​ແກ້ວ

     ພາຍຫຼັງເກີດມີຝົນຕົກໜັກຕໍ່ເນື່ອງເປັນເວລາ 2 ວັນ, ຈົນມາຮອດວັນທີ 8 ກັນຍາ 2020 ນີ້, ລະດັບນໍ້າປຸກ ເຊິ່ງເປັນນໍ້າຫ້ວຍໄຫຼຜ່ານເຂດໃຈກາງບ້ານ ນ້ຳປຸກ ເມືອງ
ຫ້ວຍຊາຍ ສູງຂຶ້ນລົ້ນຝັ່ງໄຫຼເຂົ້າຖ້ວມເຮືອນຊານ, ໄຮ່, ນາ, ສວນ, ສັດລ້ຽງ, ວັດຖຸ ແລະ ຊັບສິນ ຂອງພໍ່ແມ່ປະຊາຊົນທີ່ຢູ່ບ່ອນຕໍ່າລຽບຕາມແຄມນໍ້າປຸກ, ຜົນກະທົບດັ່ງ
ກ່າວ, ເຮັດໃຫ້ພໍ່ແມ່ປະຊາຊົນຫຼາຍຄອບຄົວໄດ້ຮັບຜົນກະທົບຈາກໄພພິບັດທີ່ເກີດຂຶ້ນໃນຄັ້ງນີ້, ຕໍ່ກັບເຫດການດັ່ງກ່າວ, ຄະນະພັກ-ຄະນະບັນຊາ ກອງຮ້ອຍທະຫານຊາຍ
ແດນ 123 ໄດ້ຈັດຕັ້ງພະນັກງານ-ນັກຮົບ ລົງກວດກາ ແລະ ເຂົ້າຊ່ວຍເຫຼືອພໍ່ແມ່ປະຊາຊົນຂົນເຄື່ອງຂອງ, ຊັບສິນທີ່ມີຄ່າອອກຈາກບໍລິເວນນໍ້າຖ້ວມໄປໄວ້ໃນເຂດທີ່ປອດ
ໄພ, ພາຍຫຼັງລະດັບນໍ້າຫຼຸດລົງ ແລະ ມີທ່າອ່ຽງກັບຄືນເຂົ້າສູ່ພາວະປົກກະຕິພໍ່ແມ່ປະຊາຊົນ ແລະ ພະນັກງານ-ນັກຮົບ ຍັງໄດ້ສືບຕໍ່ອະນາໄມສະຖານທີ່ເຮືອນ ຊານບ້ານຊ່ອງ
ທີ່ຖືກໄພພິບັດດັ່ງກ່າວອີກດ້ວຍ.