ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການເກັບກູ້​ເຂົ້ານາ​ປີ​ຂອງ​ຫ້ອງ​ເສນາ​ທິການ ທະຫານ ​ແຂວງ​ ຊຽງຂວາງ​ ປີ​ນີ້ ບໍ່​ໄດ້​ຕາ​ມຄາດໝາຍ

     ພໍກ້າວເຂົ້າສູ່ຊ່ວງລະດູໜາວຮວງເຂົ້າກໍເລີ່ມສຸກເຫຼືອງເຮືອງເຮື້ອເຕັມທົ່ງນາ, ຄະນະພັກ-ຄະນະບັນຊາຫ້ອງເສນາທິການທະຫານ ແຂວງຊຽງຂວາງ ຕະ
ຫຼອດຮອດພະນັກງານ-ນັກຮົບ ພາຍໃນຫ້ອງໄດ້ພ້ອມພຽງກັນ ຕະລຸມບອນສຸມໃສ່ການເກັບກູ້ເຂົ້ານາ ປະຈຳປີ 2020 ຂອງ ຕົນຈົນໄດ້ສຳເລັດ.

     ທົ່ງນາຮັກຂອງຫ້ອງເສນາທິການ ມີເນື້ອທີ່ທັງໝົດ 4 ເຮັກຕາ ເຊິ່ງໄດ້ຜ່ານການບຸກເບີກ-ປັກດຳເຂົ້າມາໄດ້ສິບກວ່າປີແລ້ວ. ໂດຍຜົນການເກັບກູ້ໃນ
ແຕ່ລະປີໄດ້ຫຼາຍສົມຄວນ, ສຳລັບຜົນການເກັບກູ້ເຂົ້ານາປີຢູ່ທົ່ງນາຮັກຂອງຫ້ອງເສນາທິການທະຫານ ແຂວງ ຊຽງຂວາງ ປີນີ້ ແມ່ນຫຼຸດຄາດໝາຍຫຼາຍພໍ
ສົມຄວນ, ຍ້ອນຖືກຜົນກະທົບຫຼາຍດ້ານເປັນຕົ້ນແມ່ນສະພາບດິນຟ້າອາກາດມີການປ່ຽນແປງ ຝົນຕົກໜ້ອຍຕົກບໍ່ຖືກຕາມລະດູ, ປະລິມານນ້ຳທີ່ຈະມາ
ຫຼໍ່ລ້ຽງຕົ້ນເຂົ້າບໍ່ພຽງພໍ, ຫ້ວຍນໍ້າທີ່ເຄີຍມີນໍ້າລົ້ນຄອງ ມາປີນີ້ພັດບົກແຫ້ງລົງຫຼາຍ, ເສັ້ນ ທາງໄປ-ມາກໍພົບຄວາມຫຍຸ້ງຍາກໄລຍະຝົນຕົກຫຼາຍເກີດມີນໍ້າ
ປ່າໄຫຼທະລຸທາງເປັນຮ່ອມ ເຮັດໃຫ້ເສັ້ນທາງເປັນຂຸມເລິກບໍ່ສາມາດນຳແຮງງານໄປທຳການບົວລະບັດຮັກສານາຂອງຕົນ ໄດ້ບວກກັບມີສັດລ້ຽງເຂົ້າຢຽບ
ແລະ ກັດກິນຜົນລະປູກຈິ່ຶງເຮັດໃຫ້ຜົນເກັບກູ້ປີ 2020 ນີ້ ໄດ້ພຽງແຕ່ 7 ໂຕນເທົ່ານັ້ນ, ເຊິ່ງໃນປີຜ່ານມາແມ່ນໄດ້ເຖິງ 12 ໂຕນ .

     ສະຫາຍ ພັນໂທ ຄຳແພງ ໄພບູນ ຄະນະພັກຮາກຖານຫ້ອງເສນາທິການ ໃຫ້ຮູ້ວ່າ: ໃນຕໍ່ໜ້ານີ້ ເພື່ອ ຍົກສູງປະສິດທິພາບຂອງການຜະລິດໃຫ້ດີຂຶ້ນ
ຄະນະພັກ-ຄະນະບັນຊາຫ້ອງເສນາທິການ ພວກເຮົາໄດ້ປຶກສາຫາລືຊອກຫາທາງອອກທີ່ດີໃນການແກ້ໄຂໂດຍເບື້ອງຕົ້ນໄດ້ເອກະພາບກັນປັບປຸງເສັ້ນທາງ
ໄປມາໃຫ້ສະດວກ, ແປງຮົ້ວອ້ອມນາໃຫ້ແໜ້ນໜາ, ສ້າງເໝືອງຝາຍໃຫ້ໄດ້ນ້ຳເຂົ້ານາສະດວກ, ຊອກແນວປູກທີ່ໄດ້ມາດຕະຖານ, ຜະລິດຝຸ່ນຄອກຈາກ
ຂີ້ສັດລ້ຽງ ແລະ ເພີ່ມຄວາມເອົາໃຈໃສ່ໃນການບົວລະບັດຮັກສາໃຫ້ໄດ້ຮັບຜົນດີ. ນອກ ນີ້, ຈະສຸມໃສ່ການລ້ຽງງົວທີ່ມີຢູ່ແລ້ວ 50 ກວ່າໂຕ ໃຫ້ເກີດແມ່
ແຜ່ລູກຫຼາຍຂຶ້ນ ແລະ ຂະຫຍາຍເນື້ອທີ່ປູກຝັງ ເຊັ່ນ: ສວນກ້ວຍ, ສວນໝາກນາວ. ທັງນີ້, ເພື່ອເຮັດໃຫ້ກົມກອງຮັບປະກັນ ໄດ້ດ້ານສະບຽງອາຫານເຮັດ
ໃຫ້ ກົມກອງມີຢູ່ມີກິນ ແລະ ຂາຍອອກເປັນສິນຄ້າສ້າງລາຍຮັບເພື່ອພັດທະນາກົມກອງໃຫ້ດີຂຶ້ນ.