ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້​ແທນສະຖາບັນຍຸດທະສາດ ປ້ອງກັນຊາດຫວຽດນາມ
ຢ້ຽມຢາມ ແລະ ເຮັດວຽກຢູ່ທະຫານ​ ແຂວງ ຫຼວງພະ​ບາງ


     ໃນວັນທີ 14 ກຸມພານີ້, ສະຫາຍ ພົນຈັດຕະວາ ດັ້ງ ກວາງ ມິງ ຮັກສາການ ຫົວໜ້າ ສະຖາບັນຍຸດທະສາດປ້ອງກັນຊາດ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດ
ນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານ ແຂວງ ຫຼວງພະບາງ ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງ
ວິໄລ ກໍາມະການພັກແຂວງ ຫົວໜ້າ ການທະຫານກອງບັນຊາການທະຫານ ແຂວງ ຫຼວງພະບາງ ພ້ອມດ້ວຍຄະນະ, ມີສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ
ກົມວິທະຍາສາດ-ປະຫວັດສາດການທະຫານ ກອງທັບປະຊາຊົນລາວ ເຂົ້າຮ່ວມ.

     ສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບກົມກອງ, ຈຸດພິເສດທີ່ຕັ້ງ, ພາລະບົດບາດໜ້າທີ່ ແລະ ສະພາບການລວມໃນຂົງເຂດກົມກອງຕົນຮັບຜິດຊອບໃຫ້ກັນ ແລະ
ກັນຮັບຊາບໂດຍຫຍໍ້, ໂດຍສະເພາະດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ພ້ອມທັງໄດ້ຕີລາຄາຜົນສໍາເລັດໃນການຈັດຕັ້ງຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດໜ້າທີ່ການ
ເມືອງຂອງກົມກອງ, ເປັນຕົ້ນແມ່ນຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງດ້ານການເມືອງ-ການທະຫານ, ວຽກງານພະລາທິ
ການ-ເຕັກນິກ, ຕິດພັນກັບວຽກງານພົວພັນ ແລະ ຮ່ວມມືກັບສາກົນ.

     ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ໄດ້ກ່າວໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາກອງບັນຊາການທະຫານ ແຂວງ ຫຼວງພະບາງ ພວກເຮົາແມ່ນຖືເປັນບັນຫາທີ່ສໍາຄັນ
ຕໍ່ກັບວຽກງານພົວພັນຮ່ວມມື ຍຸດທະສາດສາກົນ ບັນດາປະເທດ ເພື່ອນມິດໃກ້ຄຽງໂດຍສະເພາະແມ່ນປະເທດ ສສ ຫວຽດນາມ ຍາມໃດກໍປຽບເໝືອນອ້າຍນ້ອງຮ່ວມ
ທ້ອງດຽວກັນ, ເຊິ່ງໄດ້ມີການພົວພັນຮັດແໜ້ນກັບກອງບັນຊາການທະຫານແຂວງ ເຊິນລາ, ແຂວງ ດຽນບຽນ, ກອງບັນຊາການທະຫານເຂດ 2 ແລະ ບັນດາກົມກອງທີ່
ມີຊາຍແດນຕິດ ຈອດພາກເໜືອ ຂອງແຂວງ ຫຼວງພະບາງ, ເຊິ່ງການພົວພັນຮ່ວມມື​ໃນ​ໄລຍະຜ່ານມາແມ່ນໄດ້ດໍາເນີນໄປດ້ວຍໝາກຜົນອັນຈົບງາມ, ຕ່າງຝ່າຍຕ່າງໄດ້
ຮັບຜົນປະໂຫຍດ ແລະ ຍັງສືບຕໍ່ອູ້ມຊູຊ່ວຍເຫຼືອກັນມາໂດຍຕະຫຼອດ, ປະຊາຊົນທັງສອງຊາດໃນຂອບເຂດຊາຍແດນ ແມ່ນມີຄວາມເປັນເຈົ້າການຕ້ານ ແລະ ສະກັດກັ້ນ
ບັນຫາປາກົດການຫຍໍ້ທໍ້, ມີຄວາມຮັກແພງສາມັກຄີໄມຕີຈິດມິດຕະພາບ ແລະ ພ້ອມກັນທໍາມາຄ້າຂາຍແລກປ່ຽນສິນຄ້າ, ເຮັດໃຫ້ເສດຖະກິດ ນັບມື້ມີຄວາມເຕີບໃຫຍ່
ເຂັ້ມແຂງຂຶ້ນເປັນກ້າວໆ. ໃນວັນບຸນທີ່ສໍາຄັນຂອງທັງສອງຊາດ, ກອງບັນຊາການທະຫານແຂວງ ຫຼວງ ພະບາງ ກັບກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ໄດ້
ຜັດປ່ຽນ ກັນຈັດຕັ້ງຄະນະໄປພົບປະແລກປ່ຽນບົດຮຽນ ແລະ ອວຍພອນກັນຢ່າງເປັນປະຈໍາ. ທັງສອງຝ່າຍຍັງໄດ້ມອບຂອງຂວັນທີ່ລະນຶກໃຫ້ກັນ ແລະ ກັນຕື່ມອີກ.