ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມຄຸ້ມຄອງລົດ ກົມໃຫຍ່ເຕັກນິກກອງທັບ ມອບໂທລະໂຄ່ງ​ໃຫ້ ສາງ ກ2


ພິທີມອບຮັບໂທລະໂຄ່ງ

     ວັນທີ 5 ສິງຫາ 2020 ນີ້, ກົມຄຸ້ມຄອງລົດ ກົມໃຫຍ່ເຕັກນິກກອງທັບ ໄດ້ນໍາເອົາໂທລະໂຄ່ງທີ່ຮັບມາຈາກ ກົມໂຄສະນາ ກົມໃຫຍ່ການເມືອງກອງທັບ, ມອບໃຫ້
ສາງ ກ2 ຈໍານວນ 1 ຊຸດ, ເປັນກຽດຕາງໜ້າກ່າວມອບໂດຍ ສະຫາຍ ພັນໂທ ສີນວນ ມະນີວົງ, ຮອງຫົວໜ້າ ກົມຄຸ້ມຄອງລົດ ກົມໃຫຍ່ເຕັກນິກ, ເປັນກຽດກ່າວຮັບໂດຍ
ຄະນະພັກ-ຄະນະບັນຊາ ສາງ ກ2, ມີພະນັກງານ ແລະ ວິຊາການເຂົ້າຮ່ວມ.

     ຈຸດປະສົງເພື່ອເຮັດໃຫ້ນາຍ ແລະ ພົນທະຫານ, ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນລາວ ບັນດາເຜົ່າ ທີ່ດໍາລົງຊີວິດຢູ່ຂອບເຂດອ້ອມຂ້າງທີ່ຕັ້ງຂອງກົມກອງໄດ້
ຮັບຮູ້ ແລະ ເຂົ້າໃຈແຈ້ງເຖິງວຽກງານດ້ານຕ່າງໆ ໃນການໂຄສະນາຊວນເຊື່ອທີ່ດີຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຂອງກອງທັບ ແລະ ຮັບ ຟັງຂໍ້ມູນຂ່າວສານ, ປະກົດ
ການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມພາຍໃນ ແລະ ຕ່າງປະເທດໃນການອອກຂ່າວຜ່ານວິທະຍຸກະຈາຍສຽງຂອງກອງທັບ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ໃຫ້ທຸກຄົນ
ໄດ້ຮັບຮູ້ຢ່າງທົ່ວເຖິງ ພ້ອມນີ້ສະຫາຍກໍໄດ້ແນະນຳໃຫ້ຄະນະພັກ-ຄະນະບັນຊາ ສາງ ກ2, ໂດຍສະເພາະກໍແມ່ນຜູ້ທີ່ຮັບຜິດຊອບວຽກງານໂຄສະນາອົບຮົມ ຈົ່ງພ້ອມກັນປົກ
ປັກຮັກສາເຄື່ອງດັ່ງກ່າວໃຫ້ນຳໃຊ້ໄດ້ຍາວນານ.