ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊົມ​ເຊີຍ​ກອງທັບ​ປະຊາຊົນ​ລາວ ທີ່​ເປັນ​ກຳລັງຫຼັກ​ໃນ​ການ​ຊ່ວຍ​ເຫຼືອປະຊາຊົນ
ທີ່​ໄດ້​ຮັບ​ຜົນ​ກະທົບ​ໄພ​ນ້ຳ​ຖ້ວມ


ການ​ລຳລຽງຄົນ​ເຈັບ​ໂດຍ​ຜ່ານ​ຍົນ Mi17 ກອງທັບ​ປະຊາຊົນ​ລາວ

     ເນື່ອງຈາກອິດທິພົນຂອງລົມພະຍຸໝູນເຂດຮ້ອນໂພດູ ແລະ ລົມພະຍຸ ດີເປຣຊັນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນຊ່ວງທ້າຍເດືອນ ສິງຫາ ຫາຕົ້ນເດືອນ ກັນຍາ
2019. ເຮັດໃຫ້ມີຝົນຕົກໜັກ ແລະ ເກີດ ນໍ້າຖ້ວມ ຢູ່ 6 ແຂວງພາກກາງ ແລະ ພາກໃຕ້ຂອງລາວເຊັ່ນ: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ
ແລະ ແຂວງ ອັດຕະປື. ສົ່ງຜົນກະທົບ ໂດຍກົງຕໍ່ປະຊາຊົນໃນ 37 ເມືອງ, 1.187 ບ້ານ, ມີປະຊາຊົນໄດ້ຮັບຜົນກະທົບ 122.892 ຄອບຄົວ, ບ້ານເຮືອນຂອງປະຊາຊົນຈໍາ
ນວນຫຼາຍຖືກນໍ້າຖ້ວມ, ພື້ນທີ່ການຜະລິດກະສິກໍາເຊັ່ນ: ເນື້ອທີ່ນາ 139.829 ກວ່າເຮັກ ຕາ, ສວນ 251 ເຮັກຕາ, ໜອງປາ 1.922 ໜອງ, ສັດລ້ຽງຫຼາຍ ກວ່າ 300 ໂຕ
ຖືກຍ້າຍໄປຢູ່ບ່ອນທີ່ປອດໄພ, ຊົນລະປະທານ 33 ແຫ່ງ, ອ່າງເກັບນໍ້າ 43 ແຫ່ງ, ຄອງເໝືອງ 64.025 ແມັດ, ເສັ້ນທາງຄົມມະນາຄົມຖືກຕັດຂາດຍ້ອນນໍ້າຖ້ວມ. ໃນນີ້
ມີຫຼາຍກວ່າ 252 ກິໂລແມັດ, ຂົວ 12 ແຫ່ງ ຖືກນໍ້າຖ້ວມ, ໂຮງຮຽນ 215 ແຫ່ງ, ໂຮງໝໍ ແລະ ສຸກ ສາລາ 10 ແຫ່ງ ແລະ ອື່ນໆເປັນຈໍານວນຫຼວງຫຼາຍ.

     ຕໍ່ກັບສະພາບຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຂຶ້ນຈາກເຫດການໄພນໍ້າຖ້ວມໃນຄັ້ງນີ້, ຫຼາຍພາກສ່ວນທາງພາກລັດ ແລະ ເອກະຊົນຕ່າງ ກໍໃຫ້ການຊ່ວຍເຫຼືອ
ຢ່າງຮີບດ່ວນ. ພິເສດ ແມ່ນກອງທັບປະຊາຊົນລາວ ແມ່ນເປັນກໍາລັງຫຼັກແຫຼ່ງໃນການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມດັ່ງກ່າວ.

     ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບໃຫ້ຮູ້ວ່າ: ພໍໄດ້ຮູ້ວ່າມີພາຍຸເຂົ້າຝົນຕົກໜັກຈະ
ຕ້ອງເກີດມີໄພພິບັດນໍ້າຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້, ໂດຍການຕົກລົງເຫັນດີຈາກສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ
ກອງທັບກໍໄດ້ອອກແຈ້ງການດ່ວນເຖິງກອງພົນທີ 4, ກອງພົນທີ 5, ບັນດາກອງບັນຊາການທະຫານແຂວງ ກໍຄືບັນດາກົມກອງ ຂຶ້ນກັບໃຫ້ຈັດຕັ້ງກໍາລັງ ແລະ ພາຫະນະ
ຮັບໃຊ້ຂອງກົມກອງທີ່ມີເຂົ້າຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບໂດຍດ່ວນ. ໃນນີ້ 3 ວັນ ທໍາອິດ ( 4-6/9/2019) ກອງທັບໄດ້ນໍາໃຊ້ກໍາລັງທັງໝົດ 3.431 ສະຫາຍ,
ລົດຂົນສົ່ງ 164 ຄັນ, ເຮືອ 52 ລໍາ, ຍົນ 4 ລໍາ( ຍົນ MI 17) ຈໍານວນ 3 ລໍາ, ຍົນລໍາລຽງ MA 600 ຈໍານວນ 1 ລໍາ, ຜ້າເຕັ້ນ 3 ດາງ, ເປ 50 ຜືນ, ນຳ້ມັນ 8.532 ລິດ
ແລະ ເງິນຈໍານວນ175 ລ້ານກວ່າກີບ ເຂົ້າຊ່ວຍເຫຼືອຜູ້ປະສົບໄພຢູ່ 4 ແຂວງພາກໃຕ້ດ້ວຍການຍົກຍ້າຍປະຊາຊົນ, ວັດຖຸສິ່ງຂອງ ແລະ ສັດລ້ຽງໄປຢູ່ເຂດປອດໄພ, ຈາກ
ນັ້ນກໍໄດ້ເພີ່ມກໍາລັງພາຫະນະ ແລະ ອຸປະກອນເຂົ້າຊ່ວຍເຫຼືອຕື່ມອີກເປັນຈໍານວນຫຼວງຫຼາຍ.


ເຫຼົ່າຮົບ​ຊ່າງ​ແສງ​ກອງທັບ​ນຳ​ໃຊ້ PTA  ຊ່ວຍ​ເຫຼືອຜູ້​ປະສົບ​ໄພ​ນ້ຳ​ຖ້ວມ

     ການເຄື່ອນໄຫວຊ່ວຍເຫຼືອຢູ່ແຕ່ລະຈຸດ, ແຕ່ລະທ້ອງຖິ່ນ ກໍຄືຢູ່ແຕ່ລະແຂວງນັ້ນກອງທັບໄດ້ກາຍເປັນກໍາລັງຫຼັກແຫຼ່ງ, ເຊີ່ງອ້າຍນ້ອງທະຫານແມ່ນເຮັດຢ່າງສຸດກໍາລັງ
ຢ່າງຂະຫຍັນຂັນແຂງບໍ່ຮູ້ອິດຮູ້ເມື່ອຍສົມກັບເປັນລູກຮັກຫຼານແພງຂອງປະຊາຊົນລາວບັນດາເຜົ່າ. ມັນໄດ້ສະແດງໃຫ້ເຫັນວ່າ: ກອງທັບປະຊາຊົນລາວ ແມ່ນກອງທັບທີ່
ເກີດມາຈາກປະຊາຊົນ ແລະ ຮັບໃຊ້ປະຊາຊົນ ຢ່າງແທ້ຈິງ, ຍາມໃດກອງທັບກໍກຽມພ້ອມເສຍສະຫຼະເພື່ອປະຊາຊົນ, ເພື່ອຄວາມສົມບູນພູນສຸກຂອງປະຊາຊົນອັນໄດ້ເຮັດ
ບົດບາດຊື່ສຽງກຽດສັກສີຂອງກອງທັບປະຊາຊົນລາວສູງເດັ່ນຂຶ້ນ ແລະ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກພັກ-ລັດ ແລະ ປະຊາຊົນລາວນັບມື້ສູງຂຶ້ນ.

     ປັດຈຸບັນນີ້ ເຖິງແມ່ນວ່າຫຼາຍທ້ອງຖິ່ນນໍ້າໄດ້ບົກແຫ້ງລົງຫຼາຍແລ້ວແຕ່ກອງທັບປະຊາຊົນລາວ ກໍໄດ້ສືບຕໍ່ປະສານສົມທົບກັບອຳນາດການປົກຄອງແຕ່ລະທ້ອງຖິ່ນລໍາ
ລຽງສະບຽງອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ, ຢາປົວພະຍາດ ແລະ ອື່ນໆຊ່ວຍເຫຼືອແກ່ປະຊາຊົນ, ພ້ອມທັງເປັນກໍາລັງຫຼັກແຫຼ່ງໃນການປົວແປງເຮືອນຊານ, ເຮັດ
ອານາໄມທຳຄວາມສະອາດຕາມສໍານັກງານ-ອົງການ, ເສັ້ນທາງ, ສະຖານທີ່ຕ່າງໆ ແລະ ຊ່ວຍປັບປຸງຟື້ນຟູການຜະລິດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະ
ພາບປົກກະຕິໂດຍໄວ.

     ການທີ່ກອງທັບປະຊາຊົນລາວ ປະຕິບັດພາລະກິດຊ່ວຍເຫຼືອປະຊາຊົນທີ່ປະສົບໄພພິບັດນໍ້າຖ້ວມໃນຄັ້ງນີ້ດ້ວຍຄວາມວ່ອງໄວ ແລະ ມີປະສິດທິພາບສູງນັ້ນ. ກໍຍ້ອນ
ຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຕິດແທດຂອງຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ສະຕິກຽມພ້ອມປະຕິບັດມະຕິຄໍາສັ່ງຂັ້ນເທິງຂອງຄະນະພັກ-ຄະ
ນະບັນຊາ, ພະນັກງານ-ນັກຮົບຢູ່ແຕ່ລະກົມກອງ-ທ້ອງຖິ່ນບວກກັບຄວາມເສຍສະຫຼະດ້ວຍຈິດໃຈທີ່ຮັກແພງປະຊາຊົນຄືພໍ່-ແມ່, ພີ່ນ້ອງຂອງຕົນຈຶ່ງເຮັດໃຫ້ການຊ່ວຍເຫຼືອ
ຄັ້ງນີ້ມີຄວາມວ່ອງໄວທັນເວລາ ພັກ-ລັດຂັ້ນເທິງອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຕ່າງກໍຍ້ອງຍໍສັນລະເສີນ ແລະ ຊົມເຊີຍວ່າ: ກອງທັບປະຊາຊົນລາວສົມແລ້ວ
ທີ່ເປັນກອງທັບວິລະຊົນຂອງຊາດລາວວິລະຊົນຢ່າງແທ້ຈິງ.