ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງ ບໍລິຄຳໄຊ ສູ້​ຊົນ​ສ້າ​ງພະລາທິການ​ຕາມ​ເງື່ອນ​ໄຂ​ທ່າ​ແຮງ​ບົ່ມ​ຊ້ອນ


ສະຫາຍ ພັນໂທ ດາວພະຫັດ ພູມສະຫວ່າງວີ ຫົວໜ້າ ຫ້ອງພະລາທິການກອງບັນຊາການທະຫານແຂວງ ບໍລິຄຳໄຊ

     ໃນໄລຍະຜ່ານມາ, ເຖິງແມ່ນວ່າ ກອງບັນຊາການທະຫານ ແຂວງ ບໍລິຄຳໄຊ ຈະພົບຄວາມຫຍຸ້ງຍາກຫຼາຍດ້ານເຊັ່ນ: ໄພທຳມະຊາດ, ການຂະຫຍາຍ
ເນື້ອທີ່ການຜະລິດຍັງຈໍາກັດ ແລະ ການແຜ່ລະບາດຂອງພະຍາດຕ່າງໆ ເຮັດໃຫ້ການຜະລິດບໍ່ໄດ້ເຕັມເມັດເຕັມໜ່ວຍກໍຕາມແຕ່ ຄະນະພັກ-ຄະນະບັນຊາ
ກອງບັນຊາການທະຫານ ແຂວງ ບໍລິຄຳໄຊ ກໍຄືຫ້ອງພະລາທິການ ໄດ້ສູ້ຊົນ, ຄົ້ນຄວ້າຊອກຫາວິທີການເພື່ອນຳພາ ພະນັກງານ-ນັກຮົບຂອງຕົນເພີ່ມພູນ
ຜະລິດຜົນປູກຝັງ-ລ້ຽງສັດຕາມເງື່ອນໄຂຄວາມອາດສາມາດທ່າແຮງບົ່ມຊ້ອນຕົວຈິງ, ໄປຄຽງຄູ່ກັບການສ້າງແຜນການຊີ້ນໍາບັນດາອົງການ ແລະ ກົມກອງ
ຮາກຖານ ໃນທົ່ວກຳລັງທ້ອງຖິ່ນຈັດຕັ້ງປະ ຕິບັດສ້າງໄດ້ພື້ນຖານອັນດີຫຼາຍດ້ານ.

     ສະຫາຍ ພັນໂທ ດາວພະຫັດ ພູມສະຫວ່າງວີ ຫົວໜ້າ ຫ້ອງພະລາທິການກອງບັນຊາການທະຫານແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ເຖິງຈະມີຂໍ້ຫຍຸ້ງຍາກ
ແລະ ຂໍ້ຈຳກັດຫຼາຍດ້ານໃນການດຳເນີນການຜະລິດປູກຝັງ-ລ້ຽງສັດກໍຕາມ ແຕ່ຄະນະພັກ-ຄະນະບັນຊາ ພວກເຮົາໄດ້ຄົ້ນຄວ້າຊອກທຸກວິທີທາງ​ໃນການ
ນໍາພາຈັດຕັ້ງປະຕິບັດ ໂດຍເອົາໃຈໃສ່ສຶກສາອົບຮົມ, ພະນັກງານ-ນັກຮົບໃຫ້ມີທັດສະນະອອກແຮງງານ ເສີມຂະຫຍາຍມູນເຊື້ອຄວາມດຸໝັ່ນຂະຫຍັນ
ພຽນ ແລະ ປະຢັດມັດທະຍັດ, ເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດທິດທາງ ແຜນການຄາດໝາຍສູ້ຊົນແຕ່ລະດ້ານທີ່ ຄະນະພັກ-ຄະນະບັນຊາ ວາງອອກ
ແຕ່ລະໄລຍະສາມາດຮັບປະກັນ​ໃນການແກ້ໄຂຊີວິດການເປັນຢູ່​ໃຫ້​ດີ​ຂຶ້ນ​ແຕ່​ລະບາດ​ກ້າວ.

     ປັດຈຸບັນພື້ນຖານການຜະລິດຂອງຫ້ອງພະລາທິການພວກເຮົາມີການຜະລິດກະສິກຳປູກຝັງ-ລ້ຽງສັດ. ໃນນັ້ນ, ໄດ້ປັບປຸງຄັງລ້ຽງສັດ, ເຮັດຮົ້ວ, ປູກ
ຫຍ້າ, ຂະຫຍາຍການລ້ຽງປາ ແລະ ປູກ ພືດທົ່ວໄປໂດຍບໍ່ໃຊ້ສານເຄມີເຊິ່ງໃນໄລຍະ 6 ເດືອນຜ່ານມາໄດ້ປູກໄມ້ອຸດສາຫະກໍາໃນເນື້ອທີ່ 4 ໄລ່ ຈໍານວນ
200 ຕົ້ນ, ປູກຢາງພາລາ 523 ຕົ້ນ ໃນເນື້ອ ທີ່ 7 ໄລ່, ເຮັດນາຫວ່ານຢູ່ທົ່ງນາຊາຍໄດ້ 2 ເຮັກຕາ, ປູກໝາກນາວໃສ່ແທ່ງໄດ້ 20 ຕົ້ນ, ເກັບກູ້ຜົນຜະລິດ
ໄດ້ຈໍານວນໜຶ່ງ, ເຮັດຮົ້ວສວນປູກຫຍ້າຢູ່ຄັງນ້ໍາເດື່ອເນື້ອທີ່ 6 ເຮັກຕາ, ຢູ່ປ້ອມນາຍາງຈໍານວນ 3 ເຮັກຕາ. ການລ້ຽງສັດ ມີງົວທັງໝົດ 185 ໂຕ, ແບ້ 8
ໂຕ. ນອກນັ້ນບັນດາຫ້ອງການ, ກົມກອງທີ່ຂຶ້ນກັບຍັງມິສັດໃຫຍ່ລ້ຽງເປັນຂອງຕົນເອງຈຳນວນໜຶ່ງ ແລະ ມີການຂະຫຍາຍຂຶ້ນເລື້ອຍໆ. ການລ້ຽງສັດປີກ
ໄລຍະ 6 ເດືອນ ມີຈໍານວນ 112 ໂຕ ເຊິ່ງເປັນໄລຍະການແຜ່ລະບາດຂອງເຊື້ອພະຍາດຕ່າງໆ ເຮັດໃຫ້ການນຳສັດເຂົ້າ ແລະ ການລ້ຽງຍັງຈຳກັດ, ໄດ້ປ່ອຍ
ປາຈໍານວນ 7.200 ໂຕ, ປຸກເຮືອນນອນຢູ່ຄັງລ້ຽງສັດຫ້ວຍຄົດໄດ້ 1 ຫຼັງ ແລະ ສ້າງຄອກງົວ ໄດ້ 1 ຫຼັງ. ເຖິງວ່າລາຍຮັບບໍ່ຫຼາຍເທົ່າທີຄວນ ແຕ່ພວກເຮົາ
ກໍຖືເອົາການປະຢັດມັດທະຍັດເປັນສຳຄັນ, ເອົາການອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ
ປ້ອງກັນປະເທດ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ເປັນບັ້ນບຸກທະລຸການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ ດ້ວຍການຂະຫຍາຍການຜະລິດໃຫ້ກວ້າງ
ຂວາງ, ປຸກລະດົມໃຫ້ພະນັກງານ-ນັກຮົບ ເພີ່ມທະວີເຂົ້າໃນການປູກ-ການລ້ຽງໃຫ້ໄດ້ລື່ນຄາດໝາຍ ​ເພື່ອຮັບປະກັນການແກ້ໄຂຊີວິດການເປັນຢູ່​ໃຫ້ໄດ້ໃນ
ລະດັບທີ່ແນ່ນອນ ແລະ ສ້າງລາຍຮັບໃຫ້ເພີ່ມຂຶ້ນກວ່າເກົ່າ.