ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກຮາກຖານກອງພັນ 511 ເປີດກອງປະຊຸມໃຫຍ່ຄັ້ງທີ IV ຂອງຕົນ


ພົນຈັດຕະວາ ສີພັນ ພຸດທະວົງ ເປັນປະທານ ເປີດກອງປະຊຸມໃຫຍ່ຄັ້ງທີ IV ຢູ່​ກອງພັນ 511

     ຫວ່າງມໍ່ໆນີ້, ຄະນະພັກຮາກຖານກອງພັນ 511 ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ IV ຂອງຕົນຂຶ້ນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຄະ
ນະພັກອົງການກົມໃຫຍ່, ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກສົມບູນ-ສໍາ
ຮອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ພັນໂທ ຄໍາໄຜ່ ອຸດົມວິໄລ ຮອງເລຂາຄະນະພັກຮາກຖານ, ຫົວໜ້າການເມືອງກອງພັນ 511 ໄດ້ຜ່ານບົດລາຍງານການເມືອງ ທັງສອງພາກເຊິ່ງໄດ້ຍົກໃຫ້ເຫັນຜົນງານ
ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາຄະນະພັກ-ຄະນະບັນຊາໄດ້ເປັນເຈົ້າການສຶກສາອົບຮົມການເມືອງ, ນໍາພາແນວຄິດໃຫ້ພະ
ນັກງານ-ສະມາຊິກພັກ-ນັກຮົບສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານເຮັດໃຫ້ພະນັກງານ-ນັກຮົບໃນກົມກອງມີແນວຄິດໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກຕິດ
ພັນແໜ້ນກັບການກໍ່ສ້າງພັກຕິດພັນແໜ້ນກັບການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກຢ່າງເຂັ້ມງວດ ເຊິ່ງມີສະມາຊິກພັກແຂງກວມເອົາ 100%, ພ້ອມນັ້ນຂະ
ຫຍາຍມະຫາຊົນ ກ້າວໜ້າເຂົ້າພັກໄດ້ 34 ສະຫາຍ, ຄຽງຄູ່ກັນນັ້ນຄະນະພັກໄດ້ຊີ້ນໍາ-ນໍາພາກົມກອງເຂົ້າຮ່ວມກໍ່ສ້າງໂຄງການກິດຈະການປ້ອງກັນຊາດຕາມການມອບ
ໝາຍຄື: ກໍ່ສ້າງເຮືອນນອນປ້ອງກັນ 2 ຫຼັງ, ສະໂມສອນ 1 ຫຼັງ, ຫ້ອງການ 1 ຫຼັງ, ເຮືອນຄົວ 1 ຫຼັງ, ເຮືອນນອນປ້ອງກັນ 1 ຫຼັງຂະໜາດ 8x32, ກະລາລົດ 1 ຫຼັງ, ກໍ່ສ້າງ
ສະໂຕໂຍ້ນໍ້າກິນ-ນໍ້າໃຊ້ 1 ແຫ່ງ, ຫ້ອງນໍ້າ 1 ຫຼັງ ສໍາເລັດ 100%, ໃນກອງປະຊຸມຍັງພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ເຊິ່ງກອງປະ
ຊຸມຮອບປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ພັນໂທ ຄໍາໄຜ່ ອຸດົມວິໄລ ເປັນເລຂາຄະນະພັກຊຸດໃໝ່, ສະຫາຍ ພັນໂທ ຄໍາສຸກ ງ່າວິນາມ ເປັນຮອງ
ເລຂາ, ສະຫາຍ ພັນໂທ ແກ້ວມະນີ ເພັງບຸດເຮືອງ ເປັນກຳມະການກວດກາພັກ.