ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວຕກ ປະກາດ​ເລື່ອນ​ຊັ້ນ, ​ເລື່ອນ​ທຽບຊັ້ນ ​ໃຫ້​ນາຍ​ທະຫານ


ສະຫາຍ ພັນເອກ ສິງຄຳ ເທບວົງສິມ ເປັນປະທານກອງປະຊຸມ

     ວັນທີ 12 ກຸມພາ 2020 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຂອງຕົນຂຶ້ນໂດຍການເປັນປະທານ
ຂອງ ສະຫາຍ ພັນເອກ ສິງຄຳ ເທບວົງສິມ ຫົວໜ້າ ການເມືອງ ວຕກ, ມີຄະນະພັກ - ຄະນະອຳນວຍການ, ຄະນະຫ້ອງ 6 ຫ້ອງ, 6 ຄະນະວິຊາ ຕະຫຼອດຮອດພະນັກງານ
ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

     ສະຫາຍ ພັນໂທ ບົວສີ ແກ້ວບົວລະພາ ຫົວໜ້າ ພະແນກພະນັກງານ ວຕກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ກ່ຽວ
ກັບການເລື່ອນຊັ້ນໃຫ້ນາຍທະຫານຢູ່ ວຕກ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນ, ທຽບ
ຊັ້ນໃຫ້ພະນັກງານທີ່ມີຜົນງານດີເດັ່ນ, ມີມາດຖານເງື່ອນໄຂຄົບຖ້ວນ ແລະ ຮອດອາຍຸການເລື່ອນຊັ້ນ ແລະ ທຽບຊັ້ນ, ໃນນັ້ນໄດ້ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ 4 ສະຫາຍ,
ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ພັນຕີ 4 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 8 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 13 ສະຫາຍ. ເລື່ອນຊັ້ນຮ້ອຍຕີ
ຂຶ້ນ ຮ້ອຍໂທ 8 ສະຫາຍ, ເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ.

     ໂອກາດດັ່ງກ່າວ ສະຫາຍ ພັນເອກ ສິງຄຳ ເທບວົງສິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍ
ສືບຕໍ່ເພີ່ມທະວີຄວາມສາ ມັກຄີເປັນປຶກແຜ່ນແໜ້ນໜາປັບປຸງແບບແຜນວິທີເຮັດວຽກແບບທັນສະໄໝສອດຄ່ອງກັບໜ້າທີ່ ການເມືອງຂອງຕົນ ຕັ້ງໜ້າເຮັດວຽກງານວິຊາ
ສະເພາະຂອງຕົນສຳເລັດຕາມການຈັດຕັ້ງມອບໝາຍ.