ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປັນແບບຢ່າງນຳໜ້າໃນການອອກແຮງງານເພີ່ມພູນຜະລິດ


     ເມືອເວົ້າເຖິງພະນັກງານ-ນັກຮົບ ຜູ້ທີ່ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ກໍຄືກົມກອງ ວາງອອກ ແລະ ຄວາມດຸໝັ່ນຂະຫຍັນພຽນ ໃນການ
ອອກແຮງງານເພີ່ມພູນຜະລິດຜົນ ປູກຝັງລ້ຽງສັດເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນນັ້ນ, ສະຫາຍ ຮ້ອຍໂທ ນາງ ຄຳຜາຍ ໄຊຍະລາດ ໜ້າທີ່ຮັບ
ຜິດຊອບຊ່ວຍວຽກຫ້ອງການສາງ ອ 2 ກົມໃຫຍ່ເຕັກນິກກອງທັບ, ແມ່ນບຸກຄົນທີ່ເປັນແບບຢ່າງໃຫ້ແກ່ໝູ່ຄູ່ ໃນຫຼາຍດ້ານໂດຍສະເພາະແມ່ນ ທັດສະນະ
ອອກແຮງານ.

     ສະຫາຍ ຮ້ອຍໂທ ນາງ ຄຳຜາຍ ໄຊຍະລາດ ມີຖິ່ນກຳເນີດ ຢູ່ ບ້ານໂພນໄຊ ເມືອງເຟືອງ ແຂວງ ວຽງຈັນ ຫຼັງຈາກສຳເລັດການສຶກສາວິຊາສະເພາະ
ສາຂາກະສິກຳຊັ້ນສູງ ຢູ່ທີ່ວິທະຍາໄລເຕັກນິກແຂວງວຽງຈັນ ແລ້ວ ສະຫາຍ ສະໝັກໃຈເຂົ້າເປັນທະຫານ ເພື່ອຮັບໃຊ້ຊາດ ຢູ່ໃນຖັນແຖວກອງທັບ ໃນປີ
2015 ພາຍຫຼັງທີ່ສະຫາຍໄດ້ບັນຈຸຢູ່ກຳລັງແລ້ວ ສະຫາຍໄດ້ຕັ້ງໜ້າເຝິກຝົນຫຼໍ່ຫຼອມ ຕົນເອງໃນທຸກດ້ານປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ກໍຄື
ກົມກອງວາງອອກ ຢ່າງເຂັ້ມງວດ, ຈາກນັ້ນ ສະຫາຍໄດ້ໄປເຝິກ ວິຊາການທະຫານ ຢູ່ທີ່ໂຮງຮຽນ ການທະຫານທ້ອງຖິ່ນ ແຂວງບໍ່ແກ້ວ ເປັນເວລາ 3 ເດືອນ
ພາຍຫຼັງສຳເລັດ ຖືກສັບຊ້ອນມາປະຈຳການຢູ່ ສາງ ອ 2 ກົມ ໃຫຍ່ເຕັກນິກກອງທັບ, ຮັບໜ້າທີ່ ຊ່ວຍວຽກຫ້ອງການເຖິງວ່າໃນເບື້ອງຕົ້ນ ສະຫາຍ ຈະບໍ່
ທັນເຄີຍຊິນ ກັບການເຮັດວຽກລວມໝູ່ ແລະ ໜ້າທີ່ວິຊາສະເພາະ ທີ່ຂັ້ນເທິງມອບໝາຍໃຫ້, ແຕ່ສະຫາຍ ບໍ່ໄດ້ທໍ້ຖອຍ ຕັ້ງໜ້າຍຶດໝັ້ນຕໍ່ອຸດົມການ ຂອງ
ຕົນໃຫ້ສົມກັບຄວາມຮັກມັກໃນອາຊີບທະຫານ, ມີຄວາມອົດທົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ອອກແຮງເຝິກຝົນຫຼໍ່ຫຼອມຕົນເອງ ໃນການຊອກຮູ້ຮໍ່າຮຽນ
ຫຼາຍໆດ້ານ, ນຳເອົາຄວາມ ຮູ້ດັ່ງກ່າວມາປັບປຸງແກ້ໄຂໃຫ້ແກ່ຕົນເອງ, ໃຫ້ນັບມື້ດີຂຶ້ນຍ້ອນແນວນັ້ນ ສະຫາຍ ຈຶ່ງໄດ້ຮັບຄວາມໄວ້ ເນື້ອເຊື່ອໃຈຈາກຄະນະ
ພັກ-ຄະນະບັນຊາ ແລະ ການຈັດຕັ້ງທຸກຂັ້ນ ໃນກົມກອງ ເຊິ່ງໃຜໆກໍໃຫ້ຄວາມຍ້ອງຍໍຊົມເຊີຍສົມແລ້ວທີ່ ເປັນແບບຢ່າງທີ່ດີໃຫ້ແກ່ໝູ່ເພື່ອນ ໃນການປະ
ຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ.

     ນອກຈາກມີ ຄວາມຮັບປະກັນທາງດ້ານວຽກງານວິຊາສະເພາະແລ້ວ ສະຫາຍ ຍັງໄດ້ເປັນແບບຢ່າງໃນການອອກແຮງງານ ເພີ່ມພູນຜະລິດຜົນ ປູກຝັງ-
ລ້ຽງສັດ ໂດຍປະຕິບັດຕາມຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຕິດພັນກັບຂະບວນການ 4 ປູກ 4 ລ້ຽງ
ທີ່ກົມ ໃຫຍ່ພະລາທິການວາງອອກ ສາມາດສ້າງລາຍຮັບ ໄດ້ 5.000.000-7.000.000 ກີບຕໍ່ປີ.

     ສະຫາຍ ພັນຕີ ນາງ ໄມແຍງ ສຸວັນດຳເນີນ ຫົວໜ້າໜ່ວຍ ສະຫະພັນແມ່ຍິງ ສາງ ອ 2 ໄດ້ຢັ້ງຢືນວ່າ: ສະຫາຍ ຮ້ອຍໂທ ນາງ ຄຳຜາຍ ໄຊຍະລາດ
ແມ່ນບຸກຄົນດີເດັ່ນໃນກົມກອງ, ມີຄວາມຫ້າວຫັນໃນການປະຕີິບັດໜ້າທີ່ວຽກງານ ໄດ້ເປັນຢ່າງດີ, ພ້ອມທັງໂດດເດັ່ນໃນການອອກແຮງງານເພີ່ມພູນຜະ
ລິດຜົນສ້າງລາຍຮັບໃຫ້ແກ່ຕົນເອງອີກດ້ວຍ, ພ້ອມທັງເປັນແບບຢ່າງໃຫ້ແກ່ມະຫາຊົນມີຄວາມຕື່ນຕົວສູງ ໃນການປະກອບສ່ວນເຂົ້າ ໃນທຸກຂະບວນການ
ຂອງກົມກອງ, ຈາກຜົນງານດັ່ງກ່າວຈຶ່ງເຮັດໃຫ້ ສະຫາຍ ໄດ້ຮັບການຍ້ອງຍໍຈາກຂັ້ນເທິງ ເຊັ່ນ: ໄດ້ຮັບໃບຍ້ອງຍໍກະຊວງປ້ອງກັນປະເທດ 1 ໃບ, ໃບຍ້ອງ
ຍໍຂັ້ນສູນກາງສະຫະພັນແມ່ຍິງລາວ 1 ໃບ, ໃບຍ້ອງຍໍຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ 1 ໃບ, ໃບຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ 1 ໃບ, ຢ່າງ
ສົມກຽດ.