ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ເລື່ອນ​ຊັ້ນ, ທຽບຊັ້ນ ​ແລະ ຍົກ​ຂັ້ນ​ເງີ​ນ​ເດືອນ​ໃຫ້​ນາຍ​ທະຫານ


ພັນ​ເອກ ຄຳຫຼ້າ ສີມມະ​ວັດ ປະດັບ​ຊັ້ນ​ໃຫ້​ພະນັກງານ​ຢູ່​ກອງພັນ​ໃຫຍ່ 645

     ພິທີປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນທະຫານຢູ່ກອງພັນໃຫຍ່ 645 ໄດ້ຈັດຂຶ້ນໃນວັນທີ 11 ເມສາ 2019 ນີ້ຢູ່ທີ່ສະໂມສອນຂອງກົມກອງດັ່ງກ່າວ
ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳຫຼ້າ ສິມມະວັດ ຫົວໜ້າການເມືອງກອງພັນໃຫຍ່ 645, ມີພະນັກງານຫຼັກແຫຼ່ງພ້ອມດ້ວຍນາຍທະຫານທີ່ໄດ້ຮັບການ
ເລື່ອນຊັ້ນ-ເລື່ອນທຽບຊັ້ນ ແລະ ຍົກຂັ້ນເງິນເດືອນເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ພັນໂທ ທອງປານ ຈັນທະວົງ ຫົວໜ້າຂະແໜງພະນັກງານກອງພັນໃຫຍ່  645  ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງ
ກອງທັບວ່າດ້ວຍການເລື່ອນຊັ້ນ-ເລື່ອນທຽບຊັ້ນ ແລະ ຍົກຂັ້ນເງິນເດືອນໃຫ້ນາຍທະຫານຢູ່ກອງພັນໃຫຍ່ 645 ຈຳນວນ 83 ສະຫາຍ, ອີງໃສ່ກົດໝາຍນາຍທະຫານກອງ
ທັບປະຊາຊົນລາວ ( ສະບັບປັບປຸງ)ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ເຊິ່ງໃນນັ້ນເລື່ອນຊັ້ນຮ້ອຍເອກຂຶ້ນພັນຕີ 9 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກຂຶ້ນພັນຕີ 5 ສະ
ຫາຍ, ເລື່ອນຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 15 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທຂຶ້ນຮ້ອຍເອກ 7 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນ ຮ້ອຍໂທ 8 ສະຫາຍ, ເລື່ອນທຽບຊັ້ນຮ້ອຍຕີ
ຂຶ້ນຮ້ອຍໂທ 5 ສະຫາຍ ແລະ ເລື່ອນຊັ້ນວາທີຂຶ້ນ ຮ້ອຍຕີ 24 ສະຫາຍ, ເລື່ອນທຽບຊັ້ນວາທີຂຶ້ນຮ້ອຍຕີ 10 ສະຫາຍ. ພ້ອມດຽວກັນນີ້ຍັງໄດ້ປະກາດຍົກຂັ້ນເງິນເດືອນ
ຈາກຊັ້ນພັນຕີຂຶ້ນຮັບຂັ້ນເງິນເດືອນຊັ້ນພັນໂທ ຈຳນວນ 4 ສະຫາຍ.