ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການເມືອງກອງພົນທີ 1 ອອກ​ແຮງ​ງານກະກຽມສະຖານທີ່ປູກໄມ້


ສະຫາຍ ພັນໂທ ຈາລີ ຮອງຫົວໜ້າ ພະແນກບໍລິຫານ ນໍາພາອ້າຍ​ນ້ອງ​ອອກ​ແຮງ​ງານ​ຖາງ​ຫຍ້າ

     ວັນທີ 15 ພຶດສະພາ 2020 ນີ້, ພະນັກງານ-ນັກຮົບ ຫ້ອງການເມືອງກອງພົນທີ 1 ໄດ້ພ້ອມກັນ ອອກແຮງງານຖາງຫຍ້າ ເພື່ອປັບປຸງກະກຽມສະຖານທີ່ປູກໄມ້ກິນ
ໝາກ ເຊິ່ງນໍາພາໂດຍ ສະຫາຍ ພັນໂທ ຈາລີ ຮອງຫົວໜ້າພະແນກບໍລິຫານ ຫ້ອງການເມືອງກອງພົນທີ 1.

     ສະຫາຍ ພັນໂທ ຈາລີ ໄດ້ກ່າວວ່າ: ການກະກຽມສະຖານທີ່ປູກຕົ້ນໄມ້ໃນຄັ້ງນີ້ ເພື່ອ​ເຮັດ​ໃຫ້​ຂອບ​ເຂດ​ມີຄວາມຂຽວງາມ, ມີຄວາມຮົ່ມເຢັນ, ເພາະຫຼາຍປີຜ່ານມາ
ນັ້ນ, ປ່າໄມ້ຂອງປະເທດເຮົາຖືກທໍາລາຍຢ່າງຫຼວງຫຼາຍໃນຫຼາຍຮູບແບບຈາກມະນຸດ ເຊັ່ນ: ການຖາງປ່າເພື່ອການຜະລິດ, ການຂະຫຍາຍຕົວຂອງໂຄງການຕ່າງໆ ເປັນ
ການທໍາລາຍປ່າໄມ້ແບບບໍ່ເຈດຕະນາ, ແຕ່ຮ້າຍແຮງໄປກວ່ານັ້ນແມ່ນການຕັດໄມ້ທໍາລາຍປ່າເພື່ອການຄ້າຂາຍ ເຊິ່ງດໍາເນີນໄປຢ່າງກວ້າງຂວາງເຮັດໃຫ້ທໍາມະຊາດສຸດ
ໂຊມ, ປ່າໄມ້ທີ່ເຄີຍຂຽວງາມ ມີຈໍານວນຫຼຸດໜ້ອຍຖອຍລົງ, ຊີວະນາໆພັນສູນເສຍເປັນຈໍານວນມະຫາສານ, ເພື່ອຟື້ນຄືນປ່າໄມ້ທີ່ຖືກທໍາລາຍໄປໃຫ້ກັບຄືນມາດັ່ງເດີມ
ນັ້ນ, ໂອກາດວັນປູກຕົ້ນໄມ້ແຫ່ງຊາດ ທີ່ຈະໝູນວຽນມາຮອດໃນ ວັນທີ 1 ມິຖຸນາ 2020 ນີ້, ຫ້ອງການເມືອງ ພວກເຮົາກໍໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນປູກ
ຕົ້ນໄມ້ ເພື່ອ​ໃຫ້​ມີຄວາມຂຽວງາມ, ມີຄວາມອຸດົມສົມບູນ. ເຊິ່ງການອອກແຮງງານດັ່ງກ່າວ ໄດ້ຖາງຫຍ້າອ້ອມຂ້າງຄ້າຍຄູ ເນື້ອທີ່ 0,3 ເຮັກຕາ, ເຊິ່ງເປັນເນື້ອທີ່ວ່າງ
ເໝາະສົມແກ່ການປູກຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ອຸດສາຫະກໍາຕ່າງໆ ເພື່ອເຮັດໃຫ້ຄ້າຍຄູ, ທີ່ຢູ່ອາໄສມີຄວາມສວຍສົດງົດງາມ ແລະ ສະອາດງາມຕາ ແລະ ສ້າງໃຫ້
ກົມກອງກາຍເປັນກົມກອງທີ່ໜ້າຢູ່, ຄ້າຍຄູຂຽວງາມ ແລະ ສ້າງໃຫ້ກົມກອງກາຍເປັນກອງວັດທະນະທໍາ-ນັກຮົບວັດທະນະທໍາ, ກອງ 3 ປອດ ແລະ ໜ່ວຍພັກ ປອດໃສ
ເຂັ້ມແຂງ ໜັກແໜ້ນ ຢ່າງທົ່ວເຖິງ ແລະ ເປັນຈິງເທື່ອລະກ້າວ.