ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສີບເລກ 1 ມອບ-ຮັບ ປະກາສະນີຍະບັດ
ໃຫ້ນັກຮຽນນາຍສີບ
ຊຸດທີ 33 ແລະ ນັກຮຽນບຳລຸງວັດທະນະທຳ ຊຸດທີ 5


ພິທີ ມອບ-ຮັບ ​ໃບປະກາສະນີຍະບັດໃຫ້ນັກຮຽນນາຍສີບ ຊຸດທີ 33 ແລະ ນັກຮຽນບຳລຸງວັດທະນະທຳ ຊຸດທີ 5

     ໃນວັນທີ 17 ສິງຫາ 2020, ໂຮງຮຽນກໍ່ສ້າງນາຍສີບເລກ 1 ໄດ້ຈັດພິທີ ມອບ-ຮັບ ​​ໃບປະກາສະນີຍະບັດໃຫ້ນັກຮຽນນາຍສີບ ຊຸດທີ 33 ແລະ ນັກຮຽນບຳລຸງວັດ
ທະນະທຳ ຊຸດທີ 5, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະຫວ່າງ ຫຼ້າວົງຄຳ ຮອງຫົວໜ້າ ກົມໂຮງຮຽນ, ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນ
ເອກ ບຸນເພັງ ເທບພະພອນ ຮອງຫົວໜ້າ ກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ບັນດາແຂກທີ່ມາຈາກກົມທີ່ກ່ຽວ
ຂ້ອງ ພ້ອມດ້ວຍ ນັກຮຽນເຂົ້າຮ່ວມ.

     ສະຫາຍ ພັນໂທ ບຸນທັນ ແຕງອ່ອນສີ ຫົວໜ້າ ຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ ຂຶ້ນຜ່ານບົດສະຫຼຸບຜົນຂອງການປະຕິບັດໂຄງການອົບຮົມ-ຫັດແອບ
ນັກຮຽນນາຍສິບ ຊຸດທີ 33 ແລະ ນັກຮຽນບຳລຸງວັດທະນະທຳ ຊຸດທີ 5 ສົກຮຽນ 2019-2020. ໃນໄລຍະສຶກສາຮໍ່າຮຽນຜ່ານມາເຫັນວ່າ ນັກຮຽນແຕ່ລະສະຫາຍ ໄດ້
ມີຄວາມຕັດສິນໃຈຄົ້ນຄວ້າຮໍ່າຮຽນ, ປະຕິບັດລະບຽບການຕ່າງໆຂອງໂຮງຮຽນ ໄດ້ຢ່າງເຂັ້ມງວດ ເຊິ່ງສະແດງອອກໃນເວລາສອບເສັງເຫັນວ່າ ແຕ່ລະສະຫາຍກຳແໜ້ນ
ໄດ້ທິດສະດີຫຼັກການ. ໃນນີ້, ນັກຮຽນນາຍສິບ ປະກອບມີ 5 ວິຊາສອບເສັງ ຄື: ວິຊາຍຸດທະວິທີ, ຍຸດທະສິນ, ແບກຫາບ, ການເມືອງ ແລະ ວິຊາງົດງາມ. ສາມາດສະຫຼຸບ
ຜົນຂອງການສອບເສັງໄດ້ດັ່ງນີ້: ຂັ້ນເກັ່ງ ມີ 10 ສະຫາຍ, ຂັ້ນກາງ 287 ສະຫາຍ, ຄາດໝາຍ 1 ສະຫາຍ ແລະ ນັກຮຽນບຳລຸງວັດທະນະທຳ ມີ 4 ວິຊາ ຄື: ວິຊາ ພາສາ
ລາວ-ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ວິຊາປະຫວັດສາດ ສາມາດເສັງໄດ້ 100%. ພ້ອມນີ້, ຍັງໄດ້ປະດັບຊັ້ນ ຈາກ ສິບໂທ ຂຶ້ນ ສິບເອກ ມີ 102 ສະຫາຍ, ສິບ
ເອກ ຂຶ້ນ ວາທີ 157 ສະຫາຍ. ພ້ອມທັງມອບ​ໃບປະກາສະນີຍະບັດໃຫ້ແກ່ນັກຮຽນທັງສອງລະບົບອີກດ້ວຍ.