ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 2 ເປີດອົບຮົມຫັດ​ແອບ​ປະຈຳ​ປີ


ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ເປັນປະທານ

     ໃນວັນທີ 13 ກຸມພາ 2020ນີ້, ກອງພົນທີ 2 ໄດ້ເປີດອົບຮົມ - ຫັດແອບການທະຫານ, ການ ເມືອງພະລາທິການ - ເຕັກນິກ ແລະ ເປີດເນື້ອໃນແຜນການແຂ່ງຂັນ
ສ້າງຜົນງານ ປະຈຳປີ 2020 ຂຶ້ນໂດຍການເປັນປະທານຂອງ ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ຫົວໜ້າ ການທະຫານ ກອງພົນທີ 2, ມີຄະນະພັກ - ຄະນະບັນຊາກອງ
ພົນ, ຄະນະຫ້ອງ, ພະແນກການ, ກົມກອງຮາກຖານຕະຫຼອດຮອດນາຍ ແລະ ພົນທະຫານທົ່ວກອງພົນທີ 2 ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ອຸ່ນເຕົາ ໄຊຍະຄຸນ ຫົວໜ້າ ພະແນກອົບຮົມຫ້ອງເສນາທິການກອງພົນທີ 2 ໄດ້ຂຶ້ນຜ່ານແຜນການອົບຮົມ - ຫັດແອບ ປະຈໍາປີ, ໂດຍປະຕິ
ບັດຕາມແຜນການອົບຮົມ - ຫັດແອບ ຂອງກົມໃຫຍ່ເສນາທິການກອງທັບ ກໍຄື: ແຜນການອົບຮົມ - ຫັດແອບ ຂອງພະແນກອົບຮົມຫ້ອງເສນາທິການກອງພົນທີ 2 ວາງ
ອອກ ເພື່ອແນໃສ່ປັບປຸງກໍ່ສ້າງກຳລັງປັບປຸງລະບຽບແບບແຜນ ແລະ ເຝິກຝົນຫຼໍໍ່ຫຼອມກໍາລັງແຮງກາຍ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ເຂົ້າສູ່ຄຸນນະພາບໃໝ່ ໂດຍ
ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກນັ້ນ, ການອົບຮົມ - ຫັດແອບການທະຫານ, ການເມືອງ ແລະ ພະລາທິການ - ເຕັກນິກ
ໃນຄັ້ງນີ້ມີກໍານົດເວລາທັງໝົດ 150 ວັນ.

     ໃນນັ້ນອົບຮົມປະກອບມີ 7 ວິຊາ ຄື: ລະບຽບຮູບແຖວ, ກີລາການທະຫານ, ສິລະປະຍຸດ, ຍຸດທະວິທີ, ການເມືອງ, ພະລາທິການ - ເຕັກນິກ ແລະ ວິຊາສະເພາະ.
ການອົບຮົມ - ຫັດແອບ​ກໍ່ເພື່ອເຮັດໃຫ້ພະນັກ ງານ - ນັກຮົບທົ່ວກອງພົນທີິ 2 ໄດ້ມີຄວາມພ້ອມທາງດ້ານກຳລັງແຮງກາຍ, ມີຄວາມຊຳນິຊຳນານໃນວຽກງານວິຊາສະເພາະ
ແລະ ມີຄວາມຮູ້ພື້ນຖານທາງດ້ານການນໍາໃຊ້ສິລະປະຍຸດ - ຍຸດທະວິທີ ແລະ ການປະຕິບັດລະບອບລະບຽບຕ່າງໆຂອງກອງທັບໃຫ້ເຂັ້ມງວດ, ມີລະດັບອັນແນ່ນອນ ​ເພື່ອ
ເປັນການກະຕຸກຊຸກຍູ້ວຽກງານອົບຮົມ - ຫັດແອບ ເພີ່ມກຳລັງແຮງກາຍຂອງນາຍ ແລະ ພົນທະຫານ ໃຫ້ມີສະຕິກຽມ ພ້ອມສູ້ຮົບ ແລະ ສາມາດປະຕິບັດໜ້າທີ່ການເມືອງ
ຂອງຕົນທີ່ການຈັດຕັ້ງ - ຂັ້ນເທິງມອບໝາຍໃຫ້ສຳເລັດຜົນເປັນຢ່າງດີ.