ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງ ຈໍາປາສັກ ຈັດ​ຕັ້ງ​ເຊື່ອມ​ຊຶມ​ວຽກງານ​ພັກ-ວຽກງານ​ການ​ເມືອງ


ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຈໍາປາສັກ ​ເປັນ​ປະທານ

     ກອງປະຊຸມ ເຊື່ອມຊືມວຽກງານພັກ-ວຽກງານການເມືອງທົ່ວກອງບັນຊາການທະຫານແຂວງ ຈໍາປາສັກ ຈັດຂຶ້ນລະຫວ່າງ ວັນທີ 5-6 ເມສາ 2021
ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈໍາພັກແຂວງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະ
ຫານແຂວງ ຈໍາປາສັກ ມີຄະນະພັກ-ຄະນະບັນຊາ 5 ຫ້ອງກອງບັນຊາການ ເລຂາຄະນະພັກຮາກຖານ ບັນດາກົມກອງ 9 ຕົວເມືອງ 1 ນະຄອນ, ກອງພັນ,
ກອງຮ້ອຍເອກະລາດ, ໂຮງຮຽນ-ໂຮງໝໍ ທີ່ຂຶ້ນກັບ ກອງບັນຊາການທະຫານແຂວງ ຈໍາປາສັກເຂົ້າຮ່ວມ.

     ກ່າວເປີດກອງປະຊຸມ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ກ່າວວ່າ: ກອງປະຊຸມ ວຽກງານພັກ-ວຽກງານການເມືອງ ໃນຄັ້ງນີ້ ໄດ້ໄຂຂຶ້ນໃນ
ທ່າມກາງຄວາມຮຽກຮ້ອງ ຕ້ອງການ ຂອງສະພາບ ໃນໄລຍະໃໝ່ ເພື່ອເປັນການປັບປຸງ ເພີ່ມທະວີ ກົດລະບຽບວິໄນ ຂອງພັກ ປັບປຸງເພີ່ມທະວີຄວາມເປັນ
ເອກະພາບທາງດ້ານແນວຄິດ ແລະ ການກະທໍາພາຍໃນພັກສ້າງບັນດາການຈັດຕັ້ງພັກ ແລະ ສະມາຊິກພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນໃນ
ທຸກດ້ານ.

     ກອງປະຊຸມໄດ້ເຊື່ອມຊຶມມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມຄົບຄະນະຄັ້ງທີ 2 ຂອງ
ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຜ່ານກົດລະບຽບຂອງພັກ ສະໄໝ ທີ XI ໂດຍ ສະຫາຍ ພັນເອກ ແຫວນຄໍາ ຈະເລີນວົງ ຮອງເລຂາຄະ
ນະພັກຫົວຫໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມທັງຜ່ານກົດລະບຽບຂອງ ພັກປະຊາຊົນປະຕິວັດລາວສະໄໝທີ XI.

     ກອງປະຊຸມໄດ້ຜ່ານບົດຕີລາຄາການນໍາພາ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ເຊິ່ງຄະນະບໍລິຫານງານພັກ
ກອງບັນຊາການທະຫານແຂວງ ຈໍາປາສັກສະໄໝທີ V ໄດ້ເຮັດສໍາເລັດຫຼາຍດ້ານ ແລະ ບາງຈຸດອ່ອນຄົງຄ້າງທີ່ຕ້ອງແກ້ໄຂ. ກອງປະຊຸມຄັ້ງນີ້, ສະຫາຍ ພົນ
ຈັດຕະວາ ສຸໄກ ພິມມະສານ ໄດ້ກ່າວເນັ້ນໜັກໃຫ້ສະມະຊິກພັກຫຼັກແຫຼ່ງແຕ່ລະຂັ້ນຈົ່ງກໍາແໜ້ນເນື້ອໃນກອງປະຊຸມຢ່າງເລິກເຊິ່ງນໍາໄປຈັດຕັ້ງຜັນຂະຫຍາຍ
ໃນກົມກອງຂອງຕົນ ໃຫ້ແທດເຖິງຕົວຈິງສາມາດສ້າງໄດ້ຜົນສໍາເລັດໃໝ່ຫຼາຍດ້ານຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງສະພາບການ ໃນໄລ
ຍະໃຫມ່ຢ່າງແທ້ຈິງ.