ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 2 ມອບອຸປະກອນປ້ອງກັນການແຜ່ລະບາດພະຍາດໂຄວິດ-19
ໃຫ້ບັນດາກົມກອງທີ່ຂຶ້ນກັບ


ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ເປັນກຽດກ່າວມອບອຸປະກອນປ້ອງກັນການແຜ່ລະບາດພະຍາດໂຄວິດ-19

     ໃນວັນທີ 12 ພຶດສະພາ 2020 ນີ້. ກອງພົນທີ 2 ໄດ້ມອບອຸປະກອນປ້ອງກັນການແຜ່ລະບາດ ພະຍາດໂຄວິດ-19 ໃຫ້ບັນດາກົມກອງທີ່ຂຶ້ນກັບໂດຍເປັນກຽດກ່າວ
ມອບຂອງ ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ຫົວໜ້າ ການທະຫານກອງພົນ ແລະ ຕາງໜ້າກ່າວຮັບຂອງ ສະຫາຍ ພັນໂທ ດຣ ສົມບູນ ສີວັນໄຊ ຫົວໜ້າ ພະແນກ
ເສນາຮັກກອງພົນ ພ້ອມດ້ວຍພະນັກງານວິຊາການແພດໝໍບັນດາກົມກອງທີ່ຂຶ້ນກັບກອງພົນເຂົ້າຮ່ວມ.

     ເຄື່ອງທີ່ນຳມາມອບໃນຄັ້ງນີ້ແມ່ນໄດ້ມາຈາກການຊ່ວຍເຫຼືອຂອງບັນດາກົມກອງຄື: ກອງພົນ 316 ແລະ ກອງບັນຊາການທະຫານເຂດ 2 ກອງທັບປະຊາຊົນຫວຽດ
ນາມ ເຄື່ອງທີ່ນຳມອບໃນຄັ້ງນີ້ມີ ຜ້າອັດປາກ-ດັງ ຈຳນວນ 12.700 ອັນ, ເຈວລ້າງມື 300 ຫຼອດ, ເຄື່ອງວັດແທກອຸນນະພູມ 37 ເຄື່ອງ. ໃນນັ້ນ, ກອງພົນ 316 ມອບ
ຜ້າອັດປາກ-ດັງ 7.700 ອັນ, ເຄື່ອງວັດແທກອຸນນະພູມ 35 ເຄື່ອງ, ກອງບັນຊາການທະຫານເຂດ 2. ມອບຜ້າອັດປາກ-ດັງ 5.000 ອັນ, ເຈວລ້າງມື 300 ຫຼອດ, ເຄື່ອງ
ວັດແທກ ອຸນນະພູມ 2 ເຄື່ອງ.