ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສະເພາະກິດຕ້ານໄພພິບັດກອງບັນຊາການ
ທະຫານແຂວງ ສະຫວັນນະເຂດ ລົງ​ຊີ້​ນຳ​ກູ້​ໄພ​ພິບັດນ້ຳ​ຖ້ວມ


ຄະນະສະເພາະກິດຕ້ານໄພພິບັດນໍ້າຖ້ວມຊ່ວຍເຫຼືອປະຊາຊົນຢູ່ເມືອງ ຈຳພອນ

     ໃນວັນທີ 15 -16 ຕຸລາ 2020 ນີ້, ຄະນະສະເພາະກິດຕ້ານໄພພິບັດນໍ້າຖ້ວມຂັ້ນກອງບັນຊາການ ທະຫານແຂວງ ສະຫວັນນະເຂດ ເຊິ່ງນຳໂດຍ ສະຫາຍ ພັນໂທ ແຫຼວ
ຄຳ ໄຊຍະສົມບັດ ຮອງຫົວໜ້າຫ້ອງການເມືອງ ຄະນະສະເພາະກິດຕ້ານໄພພິບັດນໍ້າຖ້ວມ ພ້ອມພະແນກການທີ່ກ່ຽວຂ້ອງໄດ້ລົງຕິດຕາມໄພພິບັດນໍ້າຖ້ວມຢູ່ເມືອງຈຳພອນ.
ໃນໂອກາດດັ່ງກ່າວນີ້ ສະຫາຍ ຄຳລຸຍ ຍາດຕິວົງ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໆ ຈຳພອນ ທັງເປັນປະທານຕ້ານໄພພິບັດນໍ້າຖ້ວມຂັ້ນເມືອງ ໄດ້ລາຍງານ
ສະພາບນໍ້າຖ້ວມໃນທົ່ວເມືອງຈຳພອນ ເລີ່ມແຕ່ວັນທີ 9 ຕຸລາ ຫາ ວັນທີ 15 ຕຸລາ ນີ້. ປັດຈຸບັນມີບ້ານຖືກນໍ້າຖ້ວມ ຈຳນວນ 25 ບ້ານ, ມີ 1.202 ຄອບຄົວ, ເນື້ອທີ່ທຳ
ການຜະລິດກະສິກຳຖືກນໍ້າຖ້ວມມີ 1,673.20 ເຮັກຕາ, ເນື້ອທີ່ເສຍຫາຍມີ 14,05 ເຮັກຕາ. ເສັ້ນທາງການສັນຈອນຖືກຕັດຂາດ 5 ບ້ານ. ປັດຈຸບັນຄະນະກຳມະການ
ຕ້ານໄພພິບັດຂັ້ນກອງບັນຊາການທະຫານແຂວງ ໄດ້ຈັດຕັ້ງກຳລັງພະນັກງານ-ນັກຮົບຈາກກອງພັນທີ 3 ແລະ ກອງຮ້ອຍ 208, ກອງພັນ 207 ທະຫານແຂວງ ສະຫວັນ
ນະເຂດ ພ້ອມທະຫານເມືອງຈຳພອນ ໄດ້ລົງໄປຊ່ວຍເຫຼືອ ເຊິ່ງວິທີຊ່ວຍເຫຼືອແມ່ນໄດ້ແບ່ງເປັນ 3 ໜ່ວຍເຂົ້າຊ່ວຍກຸ່ມບ້ານທີ 1 ທີ 2 ແລະ ກຸ່ມບ້ານທີ 5 ທີ່ກຳລັງຮັບຜົນ
ກະທົບໜັກ. ໃນໂອກາດນີ້ ຄະນະສະເພາະກິດທະຫານແຂວງ ແລະ ຄະນະສະເພາະກິດຕ້ານໄພພິບັດຂັ້ນເມືອງ ກໍໄດ້ລົງໄປຕິດຕາມຕົວຈິງ ພ້ອມທັງຊຸກຍູ້ ແລະ ໃຫ້ກຳລັງ
ໃຈພະນັກງານ-ນັກຮົບທີ່ກຳລັງປະຕິບັດໜ້າທີ່ກ່ຽວເຂົ້າ, ຂົນເຂົ້າທີ່ຖືກນໍ້າຖ້ວມຊ່ວຍເຫຼືອຄອບ ຄົວປະຊາຊົນຜູ້ທີ່ຖືກຜົນກະທົບໜັກໄປໄວ້ຢູ່ເຂດປອດໄພ.