ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບຸນທາ ແກ້ວປະເສີດ ພະນັກງານ​ຜູ້ດີ​ເດັ່ນ

     ເມື່ອເວົ້າເຖິງພະນັກງານ-ນັກຮົບທີ່ດີເດັ່ນໃນການປະຕິບັດມະຕິຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ
ໃຫ້ຢູ່ໂຮງຮຽນການທະຫານທ້ອງຖິ່ນ ແຂວງ ອຸດົມໄຊ ນັ້ນຕ້ອງຍົກສູງໃຫ້ ສະຫາຍ ຮ້ອຍໂທ ບຸນທາ ແກ້ວປະເສີດ ອາຈານສອນ ວິຊາຍຸດທະວິທີຂອງໂຮງ
ຮຽນ ດັ່ງກ່າວ, ເຊິ່ງສະຫາຍໄດ້ກາຍເປັນທີ່ຍອມຮັບ ແລະ ໄດ້ຮັບຄຳຍ້ອງຍໍຊົມເຊີຍຈາກ ຄະນະພັກ-ຄະນະອຳນວຍການ, ໝູ່ເພື່ອນໃນ ກົມກອງຕະຫຼອດມາ.

     ສະຫາຍ ຮ້ອຍໂທ ບຸນທາ ແກ້ວປະເສີດ ມີຖິ່ນຖານກໍາເນີດຢູ ບ້ານ ດອນແກ້ວ ເມືອງຮຸນ ແຂວງ ອຸ ດົມໄຊ ຍ້ອນມີນໍ້າໃຈຮັກຊາດ, ຮັກບ້ານເກີດ
ເມືອງນອນ ແລະ ຢາກປະກອບສ່ວນເຮັດໜ້າທີ່ຮັບໃຊ້ຊາດໃນກຳລັງປະກອບອາວຸດກອງທັບປະຊາຊົນລາວ, ສະຫາຍ ໄດ້ສະໝັກໃຈເຂົ້າເປັນທະຫານໃນ
ວັນທີ 28 ກໍລະກົດ 2009 ຢູ່ສູນເຝິກອົບຮົມ ໂຮງຮຽນການທະຫານທ້ອງຖິ່ນ ແຂວງ ອຸດົມໄຊ, ພາຍຫຼັງຈົບການເຝິກອົບຮົມສະຫາຍ ໄດ້ຮັບມອບໝາຍ
ໜ້າທີ່ ໃຫ້ໄປປະຈຳການຢູ່ກອງຮ້ອຍ 13 ທີ່ຂຶ້ນກັບ ກອງບັນຊາການທະຫານເມືອງຮຸນແຕ່ການດຳລົງຊີວິດລວມໝູ່ແບບຄອບຄົວໃຫຍ່ຂອງ ສະຫາຍ ບໍ່
ແມ່ນເລື່ອງງ່າຍຕາມທີ່ໄດ້ຄິດເອົາໄວ້ໃນເບື້ອງຕົ້ນເພາະທຸກຄົນທີ່ເຂົ້າມາຢູ່ໃນຄອບຄົວນີ້ມີຖິ່ນຖານກຳເນີດແຕກຕ່າງກັນ, ລະດັບຄວາມຮູ້ບໍ່ຄືກັນ ແຕ່ທຸກ
ຄົນຕ້ອງເຮັດຄືກັນນັ້ນ ແມ່ນເຮັດເພື່ອຊາດ ແລະ ຈຸດປະສົງເປົ້າໝາຍອັນດຽວກັນ, ແຕ່ເຖິງແນວໃດກໍຕາມ ສະຫາຍ ໄດ້ຊອກຮູ້ຮ່ຳຮຽນນຳໝູ່ເພື່ອນດ້ວຍ
ກັນ ແລະ ຄະນະພັກ-ຄະນະບັນຊາ ບວກກັບຄວາມອົດທົນພາກພຽນພະຍາຍາມ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມກໍ່ສ້າງຕົນເອງໃນທຸກດ້ານ
ດ້ວຍການປະຕິບັດຕາມມະຕິຄຳສັ່ງ, ຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບຢ່າງ ເຂັ້ມງວດ. ຍ້ອນແນວນັ້ນ, ໃນ ປີ 2012 ສະຫາຍ ຖືກ
ສົ່ງໄປຮຽນກໍ່ສ້າງນາຍສິບຢູ່ ໂຮງຮຽນກໍ່ສ້າງນາຍສິບເລກ 1 ກອງທັບ ພາຍຫຼັງທີ່ສຳເລັດຖືກສັບຊ້ອນມາເປັນອາຈານສອນວິຊາຍຸດທະວິທີຢູ່ໂຮງຮຽນການ
ທະຫານທ້ອງຖິ່ນແຂວງອຸດົມໄຊ.

     ຍ້ອນສະຫາຍເປັນຄົນສະຫຼາດ, ສອນດີ, ສອນເດັ່ນ, ມີທັດສະນະຄຸນສົມບັດດີ, ມີຄວາມອົດທົນ, ສາມັກຄີກັບໝູ່ເພື່ອນ, ມີອັດຕະ ຍາໄສດີ ແລະ ຮູ້
ວຽກຮູ້ງານບວກ ກັບການເຝິກຝົນຫຼໍ່ຫຼອມຕົນເອງ ຢູ່ສະເໝີ ໃນປີ 2017 ການຈັດຕັ້ງຈິ່ງສົ່ງສະຫາຍໄປຮຽນຕໍ່ຄູການທະຫານຢູ່ ວິທະຍາຄານກົມມະດຳ
ເປັນເວລາ 1 ປີ. ຕະຫຼອດໄລຍະທີ່ອຸທິດຊີວິດ ເພື່ອຊາດໃນຖານະທີ່ເປັນພະນັກງານຫຼັກແຫຼ່ງ, ເປັນຄູສອນ, ເປັນຜູ້ຖ່າຍທອດວິຊາຄວາມຮູ້, ຍາມໃດສະ
ຫາຍກໍໄດ້ເຊີດຊູຈິດໃຈມານະອົດທົນບຸກບືນສູ້ຊົນເປັນເຈົ້າການຍົກສູງຄວາມຮັບ ຜິດຊອບຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ຮັບ ການ
ມອບໝາຍຈາກຂັ້ນເທິງກໍຄືຄະນະພັກ-ຄະນະບັນຊາ, ສະຫາຍໄດ້ເຂົ້າຮ່ວມທຸກຂະບວນການເຄື່ອນໄຫວຂອງກົມກອງ, ທັງເປັນແບບຢ່າງໃນການປະຕິບັດ
ຂໍ້ກຳນົດ, ກົດລະບຽບ, ກົດໝາຍບ້ານເມືອງ. ດ້ານໜ້າທີ່ວິຊາສະເພາະ ສະຫາຍ ໄດ້ຄົ້ນຄວ້າແຕ່ງບົດສອນ, ຄົ້ນຄິດວິທີສິດສອນ, ວິທີສົ່ງຄວາມຮູ້ເພື່ອໃຫ້
ນັກຮຽນເຂົ້າໃຈງ່າຍ, ກຳໄດ້ບົດຮຽນ ແລະ ສາມາດເອົາໄປນຳໃຊ້ໄດ້ໃນການປະຕິບັດໜ້າທີ່ຢູ່ກົມກອງ. ຜ່ານການສິດສອນຕົວຈິງເຫັນວ່າໄດ້ຮັບໝາກຜົນ
ດີເຊິ່ງໄດ້ຮັບການຍອມຮັບ ແລະ ຍ້ອງຍໍຊົມເຊີຍ ຈາກຄະນະພັກ- ຄະນະອຳນວຍການ, ຄູ-ອາຈານ ດ້ວຍກັນ ແລະ ນັກຮຽນ.

     ໄປຄຽງຄູ່ກັບໜ້າທີ່ວິຊາສະເພາະ ສະຫາຍ ຍັງໄດ້ເປັນແບບຢ່າງໃນດ້ານທັດສະນະອອກແຮງງານດ້ວຍການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ສະໜອງ
ເຂົ້າເຮືອນຄົວລວມ ແລະ ຂາຍສູ່ທ້ອງຕະຫຼາດເປັນການສ້າງລາຍຮັບ ເພີ່ມໃສ່ກັບເງິນເດືອນແຕ່ລະເດືອນ ເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ. ພຶດຜັກຊະ
ນິດຕ່າງໆ ທີ່ສະຫາຍ ໄດ້ປູກມີ: ຜັກກ້ານກໍ່າ, ຜັກກາດ, ຜັກທຽມ, ຜັກບົ່ວ, ຜັກ ອີ່ຕູ້ ແລະ ລ້ຽງເປັດ, ລ້ຽງໄກ່ ສາມາດສ້າງລາຍຮັບເພີ່ມໄດ້ປະມານ 8
ລ້ານກວ່າ ກີບ ຕໍ່ປີ, ເງິນຈຳນວນດັ່ງກ່າວເຖິງຈະບໍ່ຫຼາຍແຕ່ສະແດງໃຫ້ເຫັນເຖິງ ແນວຄິດຄຸນສົມບັດ, ທັດສະນະໃນການອອກແຮງງານ, ສະແດງເຖິງຄວາມ
ດຸໝັ່ນຂະຫຍັນພຽນ, ຄວາມສູ້ຊົນບຸກບືນເອົາໃຈໃສ່ ແລະ ກໍເປັນການປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງທີ່ວ່າ: “ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມ
ເຂັ້ມແຂງດ້ວຍຕົນເອງ” ຈາກຄຸນສົມບັດ ແລະ ທັດສະນະດັ່ງກ່າວນັ້ນ, ສະຫາຍ ຈິ່ງໄດ້ຮັບການຍ້ອງຍໍຈາກຂັ້ນເທິງດ້ວຍຫຼາຍຮູບການເຊັນ: ໄດ້ຮັບຫຼຽນໄຊ
ແຮງງານ ຊັ້ນ III 1 ໜ່ວຍ ແລະ ໃບຍ້ອງຍໍປະເພດຕ່າງໆ ອີກຈຳນວນໜຶ່ງ, ໄດ້ຖືກຮັບຮອງເປັນສະມາຊິກພັກແຂງ ແລະ ຊາວໜຸ່ມນຳໜ້າ 4 ບຸກ ອີກດ້ວຍ.

     ສະຫາຍ ພັນຕີ ສີວົງໄຊ ມະນີໄຊ ຮອງຫົວໜ້າ ການເມືອງໂຮງຮຽນການທະຫານທ້ອງຖິ່ນ ແຂວງ ອຸດົມໄຊ ໄດ້ຢັ້ງຢືນວ່າ: ສະຫາຍ ຮ້ອຍໂທ ບຸນທາ
ແກ້ວປະເສີດ ຖືວ່າເປັນແບບຢ່າງທີ່ດີ ໃຫ້ແຕ່ລະກົມກອງໃນຫຼາຍດ້ານເຊິ່ງນອກ ຈາກມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນ ຜະລິດ
ຜົນແລ້ວ ສະຫາຍ ຍັງເປັນຄົນທີ່ມີຈິດໃຈກວ້າງຂວາງເອື້ອເຟື້ອເພື່ອແຜ່, ມີນ້ຳໃຈດີງາມ, ມີມານະຈິດອົດທົນສູງ ແລະ ມີຄວາມສາມັກຄີຮັກແພງກັບໝູ່
ເພື່ອນໃນກົມກອງ, ມີຄວາມປະຢັດມັດທະຍັດ, ບໍ່ຫຼິ້ນກິນຟູມເຟືອຍ, ສຸພາບອ່ອນໂຍນ, ມີຄຸນທາດການເມືອງໜັກແໜ້ນ.