ກອງພົນທີ 5 ອົບຮົມ-ຫັດແອບຊ້ອມຮົບບັນຊາ-ອົງການ 1 ຂັ້ນ ຝ່າຍດຽວເທິງແຜນທີ່
ວັນທີ 19 ທັນວາ 2022 ນີ້, ກອງພົນທີ 5 ໄດ້ອົບຮົມ-ຫັດແອບຊ້ອມຮົບບັນຊາ-ອົງການ 1 ຂັ້ນຝ່າຍດຽວເທິງແຜນທີ່ປະຈຳປີ 2022,
ໂດຍການເປັນ
ປະທານ ຂອງ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ປະທານຊ້ອມຮົບຫົວໜ້າການທະຫານກອງພົນທີ 5, ມີຄະນະອົງການ 5 ຫ້ອງ, ມີຄະນະພັກ-ຄະນະບັນ
ຊາກົມກອງມາຈາກ 4 ແຂວງພາກໃຕ້, ກອງພັນໃຫຍ່ 645, ກອງພັນໃຫຍ່ 501, ກອງພັນໃຫຍ່ 502 ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນນຳ ສີຈັນທອນ ຜູ້ຮັບຜິດຊອບເນື້ອໃນຊ້ອມຮົບ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 5 ໄດ້ຜ່ານແຜນການເປີດຊ້ອມຮົບບັນ ຊາ-ອົງການ 1 ຂັ້ນຝ່າຍດຽວເທິງແຜນທີ່ປະຈຳປີ 2022, ອີງຕາມແຜນການຕົວຈິງແບ່ງການຫັດແອບຊ້ອມຮົບອອກເປັນ 3 ໄລຍະຄື: ໄລຍະທີ 1 ຫັນພາ ວະກຽມພ້ອມສູ້ຮົບ, ໄລຍະທີ 2: ຈັດຕັ້ງກະກຽມສູ້ຮົບ ແລະ ໄລຍະທີ 3: ປະຕິບັດສູ້ຮົບ, ການຊ້ອມເທິງແຜນທີ່ໃນຄັ້ງນີ້ ຈະໃຊ້ເວລາທັງໝົດ 5 ວັນ ເປົ້າ ໝາຍການຫັດແອບຊ້ອມຮົບ ຈຸດປະສົງເພື່ອກວດກາຕີລາຄາຄືນຄວາມຮັບຮູ້ເຂົ້າໃຈຂອງຜູ້ບັນຊາແຕ່ລະຂັ້ນໃນການຈັດຕັ້ງກະກຽມສູ້ຮົບ, ການຈັດຕັ້ງບັນ ຊາແຕ່ລະພາກສ່ວນ, ຍົກລະດັບໃຫ້ນາຍທະຫານມີຄວາມຮູ້, ຄວາມສາມາດ, ມີພິກໄຫວໃນການບັນຊາສູ້ຮົບ ແລະ ມີຄວາມຊຳນິຊຳນານໃນການສູ້ຮົບ, ຮູ້ໝູນໃຊ້ທິດສະດີເຂົ້າໃນພາກປະຕິບັດຕົວຈິງ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວສູ້ຮົບຕົວຈິງ.
ໂອກາດນີ້ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ໄດ້ເນັ້ນໜັກໃຫ້ຜູ້ບັນຊາໃນແຕ່ລະຂັ້ນ ຈົ່ງຍົກສູງວຽກງານການເມືອງ-ແນວຄິດເປັນກົກສຸມສະຕິປັນ ຍາເຂົ້າໃນບັ້ນອົບຮົມໃຫ້ໄດ້ຮັບໝາກຜົນສູງ, ເອົາໃຈໃສ່ຍົກສູງຄວາມສາມັກຄີໃຫ້ເປັນປຶກແຜ່ນ, ເປັນເຈົ້າການປະສານສົມທົບບັນດາເນື້ອໃນເອກະສານ ກັບຂັ້ນເທິງຢ່າງຄັກແນ່ ເພື່ອຮັບປະກັນໃຫ້ໄດ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງມີຄວາມຮັບປະກັນ 100% ສາມາດນຳໄປໝູນໃຊ້ຢູ່ໃນກົມກອງ ແລະ ຮັບປະກັນໃຫ້ແກ່ການເຄື່ອນໄຫວສູ້ຮົບຕົວຈິງຢ່າງມີປະສິດທິພາບສູງ.
ແຫຼ່ງທີ່ມາ: ທອງປານ ສີດາໄລ
ວັນທີ 21/12/2022