ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ​ໂຄງການ​ກໍ່ສ້າງ​ເຮືອນ​ພັກ​ຮັບ​ຕ້ອນ ກອງ​ບັນຊາ​ການ​ທະຫານ​ແຂວງ ບໍ່​ແກ້ວ


ພິທີ​ມອບ-ຮັບ​ໂຄງການ​ກໍ່ສ້າງ​ເຮືອນ​ພັກ​ຮັບ​ຕ້ອນ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ ບໍ່​ແກ້ວ

     ໂຄງການກໍ່ສ້າງເຮືອນພັກຮັບຕ້ອນ ກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2016 ເປັນຕົ້ນ ມາເຖິງປັດຈຸບັນແມ່ນສຳເລັດ 100% ພ້ອມທັງ
ໄດ້ຈັດພິທີມອບ - ຮັບຢ່າງເປັນທາງການ ໃນວັນທີ 20 ມັງກອນ 2020 ນີ້, ເຮືອນພັກຮັບຕ້ອນດັ່ງກ່າວເປັນອາຄານ 2 ຊັ້ນຂະໜາດ 14x29 ແມັດ ເຊິ່ງຕິດຕັ້ງລະບົບໄຟ
ຟ້າ - ນໍ້າປະປາ ພ້ອມເຄື່ອງຮັບໃຊ້ຫ້ອງການ, ເຟີນິເຈີ ແລະ ອຸປະກອນຕ່າງໆ ຄົບຊຸດ ໂດຍອີງຕາມທິດຊີ້ນໍາຂອງຄະນະພັກ - ຄະນະບັນຊາ ກອງບັນຊາການທະຫານແຂວງ
ບໍ່ແກ້ວ ມອບໃຫ້ຫ້ອງພະລາທິການກໍຄື: ພະແນກກໍ່ສ້າງ - ຄຸ້ມຄອງຊັບສິນ ໄດ້ເອົາໃຈໃສ່ຊີ້ນໍາຕິດຕາມການຈັດຕັ້ງປະຕິບັດໂຄງການກໍ່ສ້າງດັ່ງກ່າວຈົນສໍາເລັດ 100% ໃນ
ເວລາ 3 ປີ 1 ເດືອນ ໄດ້ມອບໂຄງການໃຫ້ກອງບັນຊາການທະຫານແຂວງ ບໍ່ແກ້ວ ເປັນຜູ້ຄຸ້ມຄອງນຳໃຊ້ ແລະ ປົກປັກຮັກສາລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ 1 ຮ້ອຍ
ລ້ານກີບ ເຊິ່ງກ່າວມອບໂດຍ ທ່ານ ສຸພາບ ຂັນຕິພົງສະຫວັນ ຮອງອໍານວຍການ ບໍລິສັດ ແກ້ວປະເສີດກໍ່ສ້າງ ແລະ ກ່າວຮັບໂດຍ ທ່ານ ພັນໂທ ສອນໄຊ ວົງພະຈັນ ຄະນະ
ພັກກອງບັນຊາການ ຫົວໜ້າຫ້ອງພະລາທິການ, ມີ ທ່ານ ພັນໂທ ບຸນມີ ພາມີໄຊ ຮອງເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ, ມີຄະ
ນະພັກ-ຄະນະບັນຊາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ, ຈາກນັ້ນໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ພ້ອມທັງເປີດນໍາໃຊ້ເຮືອນພັກຮັບຕ້ອນ ກອງບັນຊາ
ການທະຫານແຂວງ ບໍ່ແກ້ວ ຢ່າງເປັນທາງການ. ໂອກາດນີ້ ທາງບໍລິສັດ ແກ້ວປະເສີດ ກໍ່ສ້າງ ຍັງໄດ້ມອບຕູ້ແຊ່ ຈຳນວນ 1 ໜ່ວຍ ມູນຄ່າ 4 ລ້ານກວ່າກີບ ໃຫ້ກອງບັນຊາ
ການທະຫານແຂວງ ບໍ່ແກ້ວ ຕື່ມອີກ.