ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 605 ຈັດຕັ້ງສອບເສັງວິຊາການເມືອງໃຫ້ທະຫານໃໝ່


ຈັດຕັ້ງສອບເສັງວິຊາການເມືອງໃຫ້ທະຫານໃໝ່

     ວັນທີ 10 ມີນາ 2020, ກອງຮ້ອຍທະຫານໃໝ່ກອງພັນໃຫຍ່ 605 ຈັດຕັ້ງສອບເສັງວິຊາ ການເມືອງໃຫ້ທະຫານໃໝ່, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຄຳ
ວອນ ສີຄູນເມືອງ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 605, ມີສະຫາຍ ພັນໂທ ອໍາພອນ ແປນລໍາພັນ ຫົວໜ້າ ການເມືອງ ກອງຮ້ອຍທະຫານໃໝ່, ມີຄະນະຮັບຜິດ
ຊອບ, ບັນດາຄູ - ອາຈານພ້ອມດ້ວຍອ້າຍນ້ອງທະຫານໃໝ່ເຂົ້າ ຮ່ວມ 70 ສະຫາຍ.

     ການສອບເສັງໃນຄັ້ງນີ້ ເພື່ອທົດສອບຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມຮັບຜິດຊອບຕໍ່ບົດ ຮຽນທີ່ນຳມາສິດສອນໃນໄລຍະຜ່ານມາ, ເນື້ອໃນກ່ຽວກັບ: ກຽດ
ສັກສີ ແລະ ຄວາມຮັບຜິດຊອບຂອງນັກຮົບໃນກອງທັບປະຊາຊົນລາວ, ຄຳປະຕິຍານ 8 ຂໍ້, ວິໄນ 8 ຂໍ້, ລະບຽບ 12 ຂໍ້ຕໍ່ປະຊາຊົນ ແລະ ປະເທດຊາດ, ຂໍ້ກຳນົດ 7 ລະ
ບອບ 18 ວຽກຂອງກອງທັບ, ພາລະບົດບາດສິດໜ້າທີ່ຂອງກອງທັບ, ທາດແທ້ຂອງຊົນຊັ້ນກຳມະກອນ, ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ, ສິດປະຊາ
ທິປະໄຕ ແລະ ກົດລະບຽບຂອງກອງທັບ ແລະ ວິຊາອື່ນໆ, ເຊິ່ງການສອບເສັງໃນຄັ້ງນີ້ເຫັນວ່າ: ປະເພດເກັ່ງມີ 15 ສະຫາຍ ເທົ່າກັບ 21,43%, ກາງ 45 ສະຫາຍ ເທົ່າກັບ
64,28% ແລະ ຄາດໝາຍ 10 ສະຫາຍ ເທົ່າກັບ 14,29%.