ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສູນ 35 ສະຫຼຸບວຽກງານຮອບດ້ານ


ພິທີ​ມອບ​ຮັບ​ທຸງ​ໄຊ​ຢ່າງ​ສົມ​ກຽດ

     ໃນວັນທີ 18 ມິຖຸນາ 2019 ນີ້, ສູນ 35 ທີ່ຂຶ້ນກັບກົມ 213 ໄດ້ຈັດຕັ້ງສະຫຼຸບວຽກງານຮອບ ດ້ານປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ
ທ້າຍປີ 2020 ໂດຍການເປັນປະທານຂອງສະຫາຍ ພັນໂທ ສົມພອນ ສຸວັນທອງ ເລຂາຄະນະພັກຮາກຖານ, ຫົວໜ້າ ການເມືອງສູນ 35, ມີຄະນະພັກຄະນະບັນຊາ, ພະ
ແນກການ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.

     ສະຫາຍ ພັນໂທ ພູນທອງ ໄຊຍະພົນ ຮອງເລຂາຄະນະພັກຮາກຖານ, ຫົວໜ້າ ການທະຫານສູນ 35 ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານ
ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ໂດຍຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ເຄື່ອນໄຫວຊີ້ນຳເຮັດໃຫ້ສະພາບມີຄວາມ
ສະຫງົບໂດຍຖືເອົາຄຸນນະພາບເປັນກົກ, ຫັນລົງກໍ່ສ້າງຮາກຖານການເມືອງ, ປັບປຸງການຈັດຕັ້ງ, ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບ ພາຍໃນກົມ
ກອງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ສາມາດເຮັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້ ໂດຍສະເພາະແມ່ນວຽກງານໂທລະເລກສາມາດຕິດຕໍ່
ໄດ້ທັງໝົດ 2.282 ເທື່ອ ຮັບປະກັນໄດ້ຄວາມລັບຂອງຂັ້ນເທິງ, ນອກຈາກນີ້ຄະນະພັກ-ຄະນະບັນຊາຍັງໄດ້ເອົາໃຈໃສ່ຊີ້ນຳວຽກງານຮັບປະກັນດ້ານພະລາທິການກັບທີ່
ຕາມທ່າແຮງບົ່ມຊ້ອນຂອງກົມກອງເຊັ່ນ: ຮັບປະກັນຕອບສະໜອງຜັກກິນ, ຊີ້ນ-ປາ ເພື່ອແກ້ໄຂຊີວິດການເປັນ ຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ, ໃນນີ້ສາມາດ
ປູກພືດໄດ້ 950 ກິໂລ, ຊີ້ນ-ປາໄດ້ 230 ກິໂລ, ຈາກນັ້ນກອງປະຊຸມຍັງໄດ້ ກຳນົດທິດທາງແຜນການຄາດ ໝາຍສູ້ຊົນໃນ 6 ເດືອນຕໍ່ໜ້າ.

     ພ້ອມນັ້ນຍັງໄດ້ມອບໃບຢັ້ງຢືນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເຊິ່ງມີ 1 ຄະນະພັກ ຮາກຖານສາມາດຮັກສານາມ ມະຍົດໄດ້ 11 ສະໄໝຕິດຕໍ່ກັນ, ມີ 2
ໜ່ວຍພັກ 4 ສະໄໝຕິດຕໍ່ກັນ, ມີ 1 ໜ່ວຍພັກ 5 ສະໄໝຕິດຕໍ່ກັນ ແລະ ໄດ້ຮັບທຸງໄຊຢ່າງສົມກຽດ. ນອກນີ້ຍັງມອບໃບຢັ້ງຢືນກົມກອງ 3 ປອດ ມີ 5 ໜ່ວຍ ພັກພະ
ແນກການ ແລະ 1 ກົມກອງລວມໝູ່ ທີ່ໄດ້ຮັບການຢັ້ງຢືນເປັນກົມກອງປອດ ໃສ, ປອດໄພ, ປອດຄະດີ 9 ສະໄໝຕິດຕໍ່ກັນ.