ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່​ສານ​ທະຫານ​ພາກ​ໃຕ້


ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ​ໃຫ້ກຽດຂຶ້ນ​ປະດັບ​ຊັ້ນ​ໃຫ້​ນາຍ​ທະຫານ​ທີ່​ໄດ້​ຮັບ​ຊັ້ນ​ໃໝ່

     ໃນວັນທີ 9 ກໍລະກົດ 2020 ນີ້, ສານທະຫານພາກໃຕ້ໄດ້ຈັດພິທີປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງ ສະຫາຍ ພັນເອກ
ບຸນເຫຼືອ ໄຊຍະເພັນ ກໍາມະການຄະນະພັກກົມໃຫຍ່ ຫົວໜ້າ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກການກ່ຽວຂ້ອງ ພ້ອມ
ດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພັນຕີ ຄອນສະຫວັນ ແກ້ວບຸນຈັນ ຮອງຫົວໜ້າ ພະແນກພະນັກງານ ກົມໃຫຍ່ການ ເມືອງກອງທັບ ​ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າ
ດ້ວຍການອະນຸມັດເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ຈໍານວນ 26 ສະຫາຍ, ທົ່ວອົງການໄອຍະການສານທະຫານພາກໃຕ້ ໃນນີ້ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ
ພັນຕີ 9 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍ​ເອກ ຂຶ້ນ ພັນຕີ 6 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 11 ສະຫາຍ.

     ໂອກາດດັ່ງກ່າວ, ສະຫາຍ ພັນເອກ ບຸນເຫຼືອ ໄຊຍະເພັນ ໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກບາງບັນຫາຕໍ່ບັນດາສະຫາຍທີ່ໄດ້ຮັບເລື່ອນຊັ້ນ, ເລື່ອນທຽບຊັ້ນໃນ
ຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ຖືກຕ້ອງສອດຄ່ອງ ແລະ ໂປ່ງໃສ, ມີຄວາມຍຸຕິທໍາ, ອົດທົນຜ່ານຜ່າອຸປະສັກຂໍ້ ຫຍຸ້ງຍາກຕ່າງໆ, ສ້າງກົມ
ກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ.