ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກຫ້ອງການເມືອງກອງບັນຊາການທະຫານແຂວງອຸດົມໄຊ
ເຂົ້າອວຍພອນ ສະຫະພັນແມ່ຍິງເນື່ອງໃນ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ


     ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20/07/1955- 20/07/2021) ມາໃນຕອນບ່າຍ ຂອງວັນທີ 21
ກໍລະກົດນີ້ ສະຫາຍ ພັນໂທ ຕຸ້ຍ ພົມມິໄຊ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນໍາເອົາກະ
ຕ່າຂອງຂວັນເຂົ້າອວຍພອນ ສະຫະພັນແມ່ຍິງກອງບັນຊາການທະຫານແຂວງ ຢູ່ທີ່ຫ້ອງປະຊຸມຫ້ອງການເມືອງ.

     ສະຫາຍພັນໂທ ຕຸ້ຍ ພົມມິໄຊ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ກ່າວວ່າ: ວັນທີ 20 ກໍລະກົດ ປີ
1995 ແມ່ນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເຊິ່ງໃນແຕ່ລະປີສະຫະພັນແມ່ຍິງກອງບັນຊາການທະຫານແຂວງພວກເຮົາໄດ້ມີການຈັດຕັ້ງສະເຫຼີມສະຫຼອງ
ວັນດັ່ງກ່າວເພື່ອລະນຶກເຖິງມູນເຊື້ອຂອງແມ່ຍິງລາວ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບອ້າຍນ້ອງເພດຊາຍໃນການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນແລະປົກປັກຮັກ
ສາພັດທະນາປະເທດຊາດໃນປັດຈຸບັນ. ໃນໂອກາດດຽວກັນນີ້ ສະຫາຍ ຍັງໄດ້ກ່າວສະແດງຄວາມອວຍພອນໄຊອັນປະເສີດມາຍັງຄະນະສະຫະພັນແມ່ຍິງ
ແລະ ເອື້ອຍນ້ອງແມ່ຍິງໝົດທຸກຄົນ ຈົງມີແຕ່ຄວາມຜາສຸກ, ຈະເລີນຮຸ່ງເຮືອງ, ປະສົບຜົນສຳເລັດໃນໜ້າທີການງານ, ເອົາໃຈໃສ່ປັບປຸງກໍ່ສ້າງສະຫະພັນແມ່
ຍິງໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຂື້ນເລື້້ອຍໆ.

ຂ່າວ-ພາບ: ທະນູວັນ
ວັນທີ 23/07/2021