ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ນຳ​ທະຫານ​ແຂວງ​ ສາລະ​ວັນ
ອວຍພອນພະນັກງານອາວຸໂສບຳນານ ແລະ ພະນັກງານເສຍອົງຄະ


ຄະນະນຳກອງບັນຊາການທະຫານແຂວງ ສາລະວັນ​ ໄດ້ນຳເອົາກະຕ່າຂອງຂວັນໄປອວຍພອນບັນດາພະນັກງານອາວຸໂສບຳນານ

     ໃນກາງເດືອນ ມັງກອນ 2020 ນີ້, ຄະນະນຳກອງບັນຊາການທະຫານແຂວງ ສາລະວັນ, ນຳໂດຍ ສະຫາຍ ພັນໂທ ຈັນທະວົງ ໄຊສົງຄາມ ຄະນະພັກຮາກຖານ, ຮອງ
ຫົວໜ້າ ຫ້ອງການເມືອງທະຫານແຂວງສາລະວັນ ພ້ອມດ້ວຍອົງການຈັດຕັ້ງສະຫະພັນແມ່ຍິງ 5 ຫ້ອງອ້ອມຂ້າງກອງບັນຊາການທະຫານແຂວງ ໄດ້ນຳເອົາກະຕ່າຂອງຂວັນ
ໄປອວຍພອນບັນດາພະນັກງານອາວຸໂສບຳນານ ແລະ ພະນັກງານເສຍອົງຄະທີ່ອອກພັກຜ່ອນຮັບບຳນານ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 71 ປີ.

     ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນໃນແຕ່ລະບ່ອນນັ້ນ ສະຫາຍ ພັນໂທ ຈັນທະວົງ ໄຊສົງຄາມ ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ຄະນະພັກກອງບັນຊາ
ການທະຫານແຂວງ ກໍຄື: ໃນນາມສ່ວນຕົວສະແດງຄວາມຢື້ຢາມຖາມຂ່າວດ້ວຍຄວາມຮັກແພງ ແລະ ຮູ້ບຸນຄຸນຕໍ່ບັນດາພະນັກງານປະຕິວັດອາວຸໂສຮຸ່ນກ່ອນທີ່ມີຄຸນງາມ
ຄວາມດີປະກອບສ່ວນເຂົ້າໃນການຕໍ່ສູ້ກູ້ຊາດເວົ້າລວມ, ເວົ້າສະເພາະແມ່ນໄດ້ປະກອບ ສ່ວນອັນໃຫຍ່ຫຼວງ ເຂົ້າໃນການປັບປຸງກໍ່ສ້າງກົມກອງໃນກຳລັງປະກອບອາວຸດທ້ອງ
ຖິ່ນທະຫານແຂວງສາລະວັນ ໃນຕະຫຼອດໄລຍະທີ່ຜ່ານມາ ແລະ ສະຫາຍຍັງໄດ້ອວຍພອນໃຫ້ພະນັກງານປະຕິວັດອາວຸໂສບຳນານ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ, ມີ
ສຸຂະພາບແຂງແຮງ ແລະ ມີພະລະນາໄມສົມບູນໃນຊີວິດ ສ່ວນຕົວ ແລະ ຄອບຄົວ ສືບຕໍ່ເປັນຮົ່ມໂພຮົ່ມໄຊໃຫ້ແກ່ກອງກຳລັງປະກອບອາວຸດທ້ອງຖິ່ນທະຫານແຂວງສາລະ
ວັນ ເຮັດສຳເລັດໜ້າທີ່ອັນມີກຽດຂອງຕົນທີ່ປະເທດຊາດ ກໍຄື: ພັກ - ລັດ ແລະ ປະຊາຊົນມອບໝາຍໃຫ້ຕະຫຼອດໄປ.