ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ພົນທິ 2 ​ແລະ ກອງ​ບັນຊາ​ການ​ທະຫານ​ອາກາດ
ປະກາດ​ເລື່ອນ​ຊັ້ນ, ​ເລື່ອນທຽບ​ຊັ້ນ​ໃຫ້​ນາຍ​ທະຫານ


     ໃນວັນທີ 20 ສິງຫາ 2021 ນີ້, ກອງພົນທີ 2 ໄດ້ຈັດພິທີປະກາດການເລື່ອນຊັ້ນ ແລະ ເລື່ອນ ທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງ
ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການ ເມືອງກອງພົນທີ 2, ມີບັນດາສະຫາຍຄະນະຫ້ອງ, ພະແນກການ ທີ່ກ່ຽວຂ້ອງ,
ຄະນະພັກ-ຄະນະບັນຊາກົມກອງ ແລະ ພະນັກງານ ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນ ໃໝ່ເຂົ້າຮ່ວມ.

     ໃນພິທີສະຫາຍ ພັນໂທ ໄຊຊະນະ ສີສົມພອນ ຮອງຫົວໜ້າພະ ແນກພະນັກງານ ຫ້ອງການເມືອງກອງພົນທີ 2 ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ທະຫານ ແລະ ຂໍ້ຕົກລົງ ຂອງກົມ ໃຫຍ່ການເມືອງກອງທັບ ວ່າດ້ວຍ ການປະດັບທຽບຊັ້ນນາຍທະຫານ ໃຫ້
ນັກຮຽນຮຽນຈົບວິຊາ ສະເພາະຈາກສາຍລັດ ຢູ່ກອງພົນທະຫານຮາບທີ 2. ໂດຍອີງຕາມ ກົດໝາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນ
ພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການ ເລື່ອນຊັ້ນ ແລະ ປະດັບທຽບຊັ້ນ ເປັນນາຍທະຫານ ໃນນີ້. ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ
ຊັ້ນ ພັນຕີ ຈໍານວນ 58 ສະຫາຍ, ໃນນັ້ນເລື່ອນທຽບຊັ້ນ ຈໍານວນ 14 ສະຫາຍ, ຊັ້ນຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈໍານວນ 68 ສະຫາຍ, ໃນນັ້ນເລື່ອນ
ທຽບຊັ້ນ ຈໍານວນ 13 ສະຫາຍ, ຊັ້ນຮ້ອຍຕີ ຂຶ້ນ ຊັ້ນຮ້ອຍໂທ ຈໍາ ນວນ 90 ສະຫາຍ, ໃນນັ້ນເລື່ອນທຽບຊັ້ນ ຈໍານວນ 29 ສະຫາຍ ແລະ ເລື່ອນຊັ້ນວາ
ທີ ຂື້ນຊັ້ນ ຮ້ອຍຕີ ຈຳນວນ 102 ສະຫາຍ ໃນນັ້ນເລື່ອນທຽບຊັ້ນ ຈໍານວນ 28 ສະຫາຍ.

     ໃນວັນດຽວກັນຢູ່ທີ່ກອງບັນຊາການທະຫານອາກາດ ກໍໄດ້ ຈັດຕັ້ງພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ແກ່ນາຍທະຫານຂອງຕົນ, ໃນນີ້,
ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 12 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 2 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ
ຈຳນວນ 18 ສະຫາຍ ແລະ ເລື່ອນທຽບຊັ້ນຮ້ອຍໂທຂຶ້ນຮ້ອຍ ເອກ ຈຳນວນ 5 ສະຫາຍ.

     ໃນຕອນທ້າຍປະທານ ກອງປະຊຸມຂອງທັງສອງກົມກອງຍັງ ໄດ້ເນັ້ນໜັກຕໍ່ຜູ້ທີໄດ້ຮັບການ ເລື່ອນຊັ້ນ ໃນຄັ້ງນີ້ ສະຫາຍກໍໄດ້ ກ່າວຄຳສະແດງຍ້ອງຍໍ
ຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວຕະຫຼອດໄລຍະຜ່ານມາທີບັນດາສະຫາຍ ຍາດມາໄດ້ພ້ອມທັງໄດ້ເນັ້ນໜັກໃຫ້ບັນດາສະຫາຍ ຜູ້ທີ່ ໄດ້ຮັບການເລື່ອນ
ຊັ້ນ ໃນຄັ້ງນີ້ ຈົ່ງຍົກສູງບົດບາດຄວາມຮັບຜິດຊອບ ກໍ່ຄືການນຳພາໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ເປັນແບບຢ່າງໃນການປະຕິບັດລະບຽບວິ
ໄນ ຂອງກອງທັບ ສືບຕໍ່ປະກອບສ່ວນປັບປຸງກໍ່ສ້າງ ກົມກອງ ແລະ ແກ້ໄຂ ຊີວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນຢ່າງບໍ່ຍຸດຢັ້ງ, ເພີ່ມທະວີຄວາມສາມັກຄີ ຊ່ວຍ
ເຫຼື່ອເຊິ່ງກັນ ແລະ ກັນ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້.

 

 

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/08/2021