ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມ ກົມ ວສ-ປສ ການທະຫານ ເຂົ້າຊົມຫໍພິພິທະພັນ ປະທານ ໄກສອນ ພົມວິຫານ


     ວັນທີ 24 ທັນວາ 2019 ນີ້ ສະມາຊິກຊາວໜຸ່ມ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ເຂົ້າຊົມຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ໂດຍແມ່ນ
ສະຫາຍ ຮ້ອຍເອກ ຈັນທະວົງ ພະພິທັກ ເລຂາ ຊາວໜຸ່ມ ກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນຜູ້ນຳພາເຂົ້າຮັບຊົມ, ເນື່ອງໃນໂອກາດວັນຄ້າຍວັນເກີດຂອງ
ເພິ່ນຄົບຮອບ 99 ປີ.

     ການເຂົ້າຊົມຄັ້ງນີ້ມີຈຳນວນສະມາຊິກຊາວໜຸ່ມເຂົ້າຮ່ວມ 35 ສະຫາຍ, ໂດຍໄດ້ຊົມ ແລະ ຟັງການບັນຍາຍຈາກວິຊາການ ຫໍພິພິທະພັນ ທ່ານ ປະທານ ໄກສອນ
ພົມວິຫານ ໄດ້ຈັດຕັ້ງຂຶ້ນເປັນ 2 ໄລຍະຄື: ໄລຍະແຫ່ງການຕໍ່ສູ້ກູ້ຊາດ ແລະ ໄລຍະສັນຕິພາບປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງໄດ້ຊົມບັນດາຮູບ
ພາບການເຄື່ອນໄຫວ, ວັດຖຸພັນຕ່າງໆ ທີ່ເພີ່ນເຄີຍໃຊ້ປະກອບສ່ວນເຂົ້າ ໃນການດຳລົງຊີວິດຂອງເພິ່ນ​ເຊິ​່ງສາມາດສ້າງຄວາມປະທັບໃຈຕໍ່ຜູ້ທີ່ໄດ້ມາຊົມໃນຄັ້ງນີ້ ພ້ອມ
​ທັງ​ໄດ້​ຮັບ​ຮູ້​ເຖິງຄຸນງາມຄວາມດີຂອງເພີ່ນ​ເພື່ອນຳມາໜູນໃຊ້ໃນຊີວິດປະຈຳວັນຂອງສະມາຊິກຊາວໜຸ່ມໃນກົມຂອງຕົນຕື່ມອີກ.