ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 11 ປະກາດສັບຊ້ອນໜ້າທີ່ບາງຂະແໜງ, ປະກາດເລື່ອນ ແລະ ຍ້ອງຍໍຫຼາຍລະດັບ


ສະຫາຍ ພັນເອກ ກົງທອງ ສຸຂະວົງ ເປັນປະທານກອງ​ປະຊຸມ

     ໃນວັນທີ 20 ມີນານີ້, ກອງພັນໃຫຍ່ 11 ໄດ້ຈັດຕັ້ງພິທີປະກາດສັບຊ້ອນໜ້າທີ່ບາງຂະແໜງການ, ປະກາດເລື່ອນ ແລະ ຍ້ອງຍໍຫຼາຍລະດັບໂດຍການເປັນປະທານຂອງ
ສະຫາຍ ພັນເອກ ກົງທອງ ສຸຂະວົງ ເລຂາຄະນະພັກ, ຫົວໜ້າ ການທະຫານກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.

     ສະຫາຍ ພັນຕີ ຕິ່ງຄໍາ ໄຊຍະບົວພາ ຫົວໜ້າ ຂະແໜງພະນັກງານກອງພັນໃຫຍ່ 11 ໄດ້ໃຫ້ຮູ້ວ່າ: ອີງຕາມກົດໝາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນ
ພາກທີ II ໝວດທີ 04 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ແລະ ອີງຕາມທິດທາງການປັບປຸງບູລະນະການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບ
ອາວຸດໃຫ້ໜັກແໜ້ນ ເຂັ້ມແຂງ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະພັດທະນາປະເທດຊາດ, ດັ່ງນັ້ນກອງພັນໃຫຍ່ 11 ຕົກລົງແຕ່ງຕັ້ງບັນດາຮັກສາການຂະແໜງການ
ແລະ ຊ່ວຍວຽກຂະແໜງຄື: ແຕ່ງຕັ້ງ ສະຫາຍ ພັນຕີ ອານຸສິດ ສຸວົງສະຫວັດ ເປັນຮັກສາການຫົວໜ້າ ຂະແໜງອົບຮົມພະແນກເສນາທິການ, ແຕ່ງຕັ້ງ ສະຫາຍພັນຕີ ພູທອງ
ແຫວນມີໄຊ ເປັນຮັກສາການ ຫົວໜ້າຂະແໜງຄຸ້ມຄອງລົດພະແນກເຕັກນິກ, ແຕ່ງຕັ້ງ ສະຫາຍ ພັນຕີ ກູ້ຢ່າ ຕົ້ງເຢັງທໍ້ຕູ້ ຊ່ວຍວຽກຂະແໜງກໍ່ສ້າງ ພະແນກພະລາທິການ,
ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ໂພໄຊ ແກ້ວບົວຄູນ ເປັນຊ່ວຍວຽກຂະແໜງຄຸ້ມຄອງລົດພະແນກເຕັກນິກ, ພ້ອມນີ້ຍັງໄດ້ແຕ່ງຕັ້ງສັບຊ້ອນຄະນະກອງຮ້ອຍ, ຂັ້ນໝວດ ແລະ
ຂັ້ນໝູ່ຢູ່ບັນດາກອງພັນນ້ອຍອີກຈຳນວນໜຶ່ງ ແລະ ປະກາດແຕ່ງຕັ້ງຊ່ວຍວຽກຂັ້ນຂະແໜງ, ຂັ້ນຮອງໝວດ ແລະ ໝູ່ອີກຈຳນວນໜຶ່ງ. ພ້ອມກັນນັ້ນ, ກໍໄດ້ປະກາດເລື່ອນ
ຊັ້ນໃຫ້ນາຍທະຫານ ຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ16 ສະຫາຍ, ເລື່ອນຮ້ອຍໂທ ຂຶ້ນ ຮ້ອຍເອກ 47 ສະຫາຍ, ເລື່ອນຮ້ອຍຕີ ຂຶ້ນ ຮ້ອຍໂທ 32 ສະຫາຍ ແລະ ເລື່ອນ ວາທີ
ຂຶ້ນ ຮ້ອຍຕີ 30 ສະຫາຍ. ພ້ອມນີ້ກໍໄດ້ມອບຫຼຽນໄຊພິລະອາດຫານຊັ້ນ III ຈໍາ ນວນ 82 ສະຫາຍ ແລະ ມອບໃບ ຍ້ອງຍໍກະຊວງປ້ອງກັນປະເທດ ຈໍານວນ 19 ສະຫາຍ
ໃຫ້ແກ່ຄະນະຊີ້ນໍາ ແລະ ອະນຸກໍາມະການ, ນາຍ ແລະ ພົນທະຫານທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມຫັດແອບ, ເຝິກຊ້ອມຮົບຮ່ວມເຫຼົ່າຮົບລົດຕັງ-ຍານເກາະລາວ-ຣັດ
ເຊຍ “ລາໂຣດສ໌” ຄັ້ງທີ I ປີ 2019.