ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍ​ແຜ່​ກົດໝາຍຕ້ານ​ການ​ສໍ້​ລາດ​ບັງຫຼວງຢູ່​ ກອງພັນ​ໃຫຍ່ 605


ສະຫາຍ ພັນເອກ ຈັນດີ ສຸລິວົງສັກ ເປັນປະທານກອງ​ປະຊຸມ

     ໃນວັນທີ 22 ພຶດສະພາ 2020 ນີ້, ກອງພັນໃຫຍ່ 605 ໄດ້ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ໂດຍການເຂົ້າຮ່ວມເປັນປະທານຂອງ
ສະຫາຍ ພັນເອກ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າ ກົມກວດກາ ກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ບົວຄຳ ສາມາ
ວົງ ເລຂາຄະນະພັກ ຫົວໜ້າ ການເມືອງກອງພັນໃຫຍ່ 605, ມີຄະນະພັກ-ຄະນະ ບັນຊາພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ໃນກອງປະຊຸມ, ພະນັກງານວິຊາການກົມກວດກາ ກະຊວງປ້ອງກັນປະເທດ, ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ດຳລັດຕ່າງໆເຊັ່ນ: ກົດໝາຍວ່າດ້ວຍການຕ້ານການສໍ້ລາດ
ບັງຫຼວງ ເຊິ່ງປະກອບມີ 10 ໝວດ 64 ມາດຕາ, ເອກະສານ 14 ຂໍ້ຫ້າມຂອງພະນັກງານ, ເອກະສານການແຈ້ງສັບສິນ ຫຼື ໜີ້ສິນ, ດຳລັດວ່າດ້ວຍ ການຮັບຮອງ ແລະ ປະ
ກາດໃຊ້ຍຸດທະສາດຕ້ານ ແລະ ການສໍ້ລາດບັງຫຼວງ ແຕ່ປີ 2012-ປີ 2020, ເຊິ່ງປະກອບມີ 4 ພາກຄື: ສະພາບແວດລ້ອມ ແລະ ຄວາມຈຳເປັນຂອງການວາງຍຸດທະສາດ,
ຈຸດປະສົງ, ຄາດໝາຍ, ທັດສະນະ ແລະ ທິດນຳ, ເນື້ອໃນ, ວິທີການຕ້ານການສໍ້ລາດບັງຫຼວງ ແລະ ຄວາມຮັບຜິດຊອບ ແລະ ມາດຕະການ, ການຈັດຕັ້ງປະຕິບັດ.

     ຈາກນັ້ນ, ສະຫາຍ ພັນເອກ ຈັນດີ ສຸລິວົງສັກ ຍັງໄດ້ຊີ້ແຈງໃຫ້ເຫັນຫຼາຍບັນຫາທີ່ສຳຄັນດ້ານວຽກງານກວດກາພັກ-ລັດ, ເປັນຕົ້ນແມ່ນກົດໝາຍວ່າດ້ວຍການສໍ້
ລາດບັງຫຼວງ ຫຼື ເນື້ອໃນເອກະສານຕ່າງໆທີ່ຄະນະຮັບຜິດຊອບໄດ້ເຜີຍແຜ່ໄປແລ້ວນັ້ນ ລ້ວນແລ້ວແຕ່ມີຄວາມໝາຍຄວາມສຳຄັນກ່ຽວກັບບັນດານິຕິ ກຳຕ່າງໆຂອງກົດ
ໝາຍທີ່ພວກເຮົາຈະຕ້ອງພ້ອມກັນນຳໄປໝູນໃຊ້ ແລະ ປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບວຽກງານດັ່ງກ່າວ ໂດຍສະເພາະແມ່ນຂະແໜງການກວດກາ ແລະ ຍັງໄດ້ຮຽກ
ຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານການກວດກາພັກ-ລັດ, ເຮັດວຽກງານ ການເມືອງໃຫ້ໜັກແໜ້ນເຂັ້ມແຂງ ເປັນ
ເສນາທິການໃຫ້ຄະນະພັກຂັ້ນເທິງທາງດ້ານວຽກງານກວດກາຢ່າງຮັດກຸມ ເພື່ອເຮັດໃຫ້ວຽກງານດັ່ງກ່າວເດີນແມ່ນແລນສະດວກດີຍິ່ງໆຂຶ້ນ.