ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິຊາ​ສະ​ເພາະ​ກໍ່​ໄດ້ ອອກ​ແຮງ​ງານ​ກໍ່​ເດັ່ນ


ສະຫາຍ ວາທີ ສັນລາວັນ ມິງວັນເງິນ ເປັນຜູ້ໜຶ່ງທີ່​ມີ​ຄວາມຫ້າວຫັນເປັນແບບຢ່າງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ

     ຄວາມພາກພຽນພະຍາຍາມ, ຄວາມດຸໝັ່ນ ແລະ ມະນະອົດທົນໃນການເຝິກຝົນຫຼໍ່ຫຼອມຕົນເອງໃນ ດ້ານຕ່າງໆ ໂດຍສະເພາະເອົາໃຈໃສ່ສ້າງເສດຖະ
ກິດແກ້ໄຂຊີວິດການເປັນຢູ່ດ້ວຍຮູບການ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບົນພື້ນຖານການຫັນເອົາແນວທາງນະໂຍບາຍ
ຂອງພັກ-ລັດ, ເເຜນງານຂອງກະຊວງປ້ອງກັນປະເທດວາງອອກ ເພື່ອພັດທະນາຕົນເອງໃຫ້ກາຍເປັນບຸກຄົນທີ່ດີເດັ່ນ, ບຸກຄະລາກອນທີ່ມີຄວາມຮູ້, ຄວາມ
ສາມາດເປັນແບບຢ່າງນໍາໜ້າແກ່ມະຫາຊົນ.

     ສະຫາຍ ວາທີ ສັນລາວັນ ມິງວັນເງິນ ຊ່ວຍວຽກຍຸດໂທ ກອງຮ້ອຍ 1 ກອງພັນ163 ທະຫານແຂວງ ຫົວພັນ, ມີຖິ່ນກໍາເນີດຢູ່ບ້ານ ເອິນ, ເມືອງ ວຽງ
ໄຊ ແຂວງ ຫົວພັນ, ສະຫາຍເປັນບຸກຄົນໜຶ່ງທີ່ມັກ ຮັກໃນການປູກ, ການລ້ຽງ ນັບຕັ້ງແຕ່ຕອນຍັງເຍົາໄວ. ຮຽນຈົບຊັ້ນມັດທະຍົມຕອນປາຍຈາກໂຮງຮຽນ
ມສ ວຽງໄຊ ສົກປີ 2008-2009, ສະຫາຍ ໄດ້ຕັດສິນໃຈເຂົ້າຮັບໃຊ້ຊາດໃນປີ 2009 ທີ່ກອງບັນຊາການທະຫານເມືອງ ວຽງໄຊ ແຂວງ ຫົວພັນ. ຈາກ
ນັ້ນ, ໄດ້ເຂົ້າຮັບການອົບຮົມພື້ນຖານການທະຫານຢູ່ໂຮງຮຽນ ການທະຫານທ້ອງຖິ່ນແຂວງ ຫົວພັນ ພາຍຫຼັງສໍາເລັດການອົບຮົມໄດ້ຖືກສັບຊ້ອນໃຫ້ປະຈໍາ
ການຢູ່ກອງ ຮ້ອຍ 4 ກອງພັນ 163, ເມື່ອໄດ້ສັງກັດຢູ່ກົມກອງແລ້ວ, ສະຫາຍໄດ້ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທໍາປະຕິວັດ, ແບບ
ແຜນວິທີເຮັດວຽກໂດຍຜ່ານພຶດຕິກຳຕົວຈິງຂອງໜ້າທີ່ວຽກງານໄດ້ເຮັດໃຫ້ ສະຫາຍນັບມື້ມີຄວາມໜັກແໜ້ນ ເຂັ້ມແຂງ ຈົນເປັນທີ່ຍອມຮັບ ຂອງຄະນະ
ພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃນກົມກອງ. ຈາກຜົນງານການເຝິກຝົນຫຼໍ່ຫຼອມຕົນເອງຄືແນວນັ້ນ, ຄະນະພັກ-ຄະນະບັນຊາໄດ້ສົ່ງສະຫາຍໄປຮຽນ
ວິຊາສະເພາະຍຸດໂທ ຢູ່ທີ່ໂຮງຮຽນຍຸດໂທຊັ້ນຕົ້ນຂອງກອງບັນຊາການທະຫານແຂວງ ຫົວພັນ ພາຍຫຼັງຮຽນຈົບສະຫາຍໄດ້ຖືກສັບຊ້ອນເຮັດໜ້າທີ່ວິຊາສະ
ເພາະຢູ່ກອງຮ້ອຍ 1 ກອງພັນ 163.

     ຕະຫຼອດໄລຍະທີ່ເຄື່ອນໄຫວຢູ່ກົມກອງດັ່ງກ່າວ, ສະຫາຍໄດ້ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ມີຄວາມບຸກບືນຫ້າວຫັນໃນການຈັດຕັ້ງປະ
ຕິບັດວຽກງານວິຊາສະເພາະຂອງຕົນເປັນຢ່າງດີ, ປະຕິບັດຂໍ້ກໍານົດ. ກົດລະບຽບຂອງກອງທັບ ກໍຄືຄໍາສັ່ງຂອງຜູ້ບັນຊາຢ່າງເຂັ້ມງວດຄຽງຄູ່ກັນນັ້ນ, ສະຫາຍ
ຍັງໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດດ້ວຍການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ໂດຍສະເພາະແມ່ນລ້ຽງສັດປີກ ຊຸດໜຶ່ງໃຊ້ເວລາ 3 ເດືອນ ຈະຂາຍໄດ້
1 ລ້ານ ກວ່າກີບ. ນອກນັ້ນ, ຍັງໄດ້ປູກຜັກຊະນິດຕ່າງໆປ້ອນເຂົ້າເຮືອນຄົວລວມສະເລ່ຍແລ້ວໃນແຕ່ລະປີຈະມີລາຍຮັບຈາກການຂາຍສັດລ້ຽງ ເເລະ ພືດ
ຜັກຊະນິດຕ່າງໆໄດ້ 7 ລ້ານກວ່າກີບ ບວກໃສ່ເງິນເດືອນສະຫາຍສາມາດຊື້ລົດຈັກເວບ 100 CC ໄດ້ 1 ຄັນ, ຊ່ວຍ ຄອບຄົວ ແລະ ສົ່ງນ້ອງ 2 ຄົນ, ທີ່
ຢູ່ທາງບ້ານໄປສຶກສາຕໍ່ວິຊາຊີບ ແລະ ຍັງມີເງິນປະຢັດໄວ້ໝູນໃຊ້ໃນເວລາມີຄວາມຈໍາເປັນ. ຈາກຜົນງານດັ່ງກ່າວ, ສະຫາຍ ວາທີ ສັນລາວັນ ມິງວັນເງິນ
ໄດ້ກາຍເປັນພະນັກງານຜູ້ທີ່ດີເດັ່ນໃນກົມກອງຕະຫຼອດມາ.

     ສະຫາຍ ພັນຕີ ອົດສາ ວົງທອງຄໍາ ຫົວໜ້າ ການເມືອງກອງຮ້ອຍ 1 ກອງພັນ 163 ໄດ້ໃຫ້ການຢັ້ງຢືນວ່າ ສະຫາຍ ວາທີ ສັນລາວັນ ມິງວັນເງິນ ເປັນ
ຜູ້ໜຶ່ງທີ່ມີຄວາມດຸໝັ່ນຂະຫຍັນພຽນ, ຫ້າວຫັນເປັນແບບຢ່າງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຕາມການມອບໝາຍຂອງຂັ້ນເທິງ, ປະ
ຕິບັດລະບຽບແບບແຜນຂອງກອງທັບກໍຄື ແຜນການຂອງກົມກອງວາງອອກ ແລະ ເປັນແບບຢ່າງທີ່ດີໃນການ ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ແກ່ພະ
ນັກງານ-ນັກຮົບພາຍໃນກົມກອງອີກດ້ວຍ.