ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນຳກອງພົນທີ 5 ໄດ້ເຄື່ອນໄຫວກວດກາຊຸກຍູ້ວຽກງານ
ກໍ່ສ້າງກອງວັດທະນະທຳ - ນັກຮົບວັດທະນະທຳ


     ໃນລະຫວ່າງວັນທີ 24 - 25 ກຸມພາ 2020 ນີ້ ຄະນະນຳກອງພົນທີ 5 ໄດ້ເຄື່ອນໄຫວກວດກາຄັດເລືອກບັນດາກົມກອງທີ່ມີເປົ້າໝາຍຈະສ້າງເປັນກອງວັດທະນະທຳ -
ນັກຮົບວັດທະນະທຳ, ໃນນັ້ນ, ມີກອງພັນ 427, 565 ແລະ ກອງພັນໃຫຍ່ 501 ເຊິ່ງນຳໂດຍ ສະຫາຍ ພັນໂທ ສາຍສະໝອນ ສາລີຄຳ ຮອງຫົວໜ້າ ຫ້ອງການເມືອງ ພ້ອມ
ດ້ວຍພະແນກການ, ພະນັກງານ - ນັກຮົບທີ່ກ່ຽວຂ້ອງເຂົ້າຮ່ວມ.

     ການເຄື່ອນໄຫວໃນຄັ້ງນີ້ ເພື່ອເປັນການກວດກາຄືນຜ່ານການຈັດຕັ້ງປະຕິບັດແຜນການກໍ່ສ້າງກອງວັດທະນະທຳ - ນັກຮົບວັດທະນະທຳທີ່ຄະນະພັກ - ຄະນະບັນຊາ
ກອງພົນວາງອອກ ກໍຄື: ທິດຊີ້ນຳຂອງກົມໂຄສະນາ - ອົບຮົມກົມໃຫຍ່ການເມືອງກອງທັບ ໃນການປັບປຸງກໍ່ສ້າງກົມກອງໃຫ້ກາຍເປັນກົມກອງທີ່ມີ ແບບແຜນທັນສະໄໝ,
ກາຍເປັນກົມກອງວັດທະນະທຳການລົງກວດກາຄັ້ງນີ້ຄະນະພັກ - ຄະນະບັນຊາ  ແຕ່ລະກົມກອງໄດ້ລາຍງານຄືນການຈັດຕັ້ງປະຕິບັດວຽກງານຂະບວນການສ້າງກອງວັດ
ທະນະທຳ - ນັກຮົບວັດທະນະທໍາຕາມ 5 ມາດຖານທີ່ຂັ້ນເທິງວາງອອກ. ເປັນຕົ້ນແມ່ນຂອບເຂດທີ່ຕັ້ງພາລະບົດບາດຂອງກົມກອງ, ຈັດຕັ້ງປັບປຸງຄ້າຍຄູ, ການປະດັບປະ
ດາ, ການຈັດລະບຽບລະບົບເຮືອນນອນ, ຫ້ອງການ, ເຮືອນຄົວ, ດ້ານຈຳນວນພົນ, ຫໍຂ່າວ, ສະຖານທີ່ທຳການຜະລິດ ແລະ ກຳນົດສະຖານທີ່ຈອດລົດຂອງກົມກອງ ແລະ
ອື່ນໆ ເຫັນວ່າບັນດາກົມກອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຈາກນັ້ນບັນດາອະນຸກຳມະການກໍໄດ້ພ້ອມກັນກວດກາຕົວຈິງ ແລະ ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ບັນຫາທີ່ຍັງ
ຄົງຄ້າງທີ່ຈະສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.

     ທັງນີ້ກໍເພື່ອເປັນການຊຸກຍູ້ໃຫ້ບັນດາກົມກອງຮາກຖານ ມີການພັດທະນາຊີວິດການເປັນຢູ່ຂອງພະນັກງານ - ນັກຮົບ ໄດ້ຮັບການປັບປຸງດີຂຶ້ນ ແລະ ກ້າວຂຶ້ນເປັນກົມ
ກອງທີ່ມີແບບແຜນທັນສະໄໝ ແລະ ເປັນກົມກອງວັດທະນະທຳ - ນັກຮົບ ວັດທະນະທຳ.