ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະພັກ ຄັ້ງທີ 5 ສະໄໝທີ IV
ຂອງອົງຄະນະພັກກອງບັນຊາການທະຫານແຂວງອຸດົມໄຊ


     ໃນວັນທີ 23 ກໍລະກົດ 2021 ນີ້, ຢູ່ທີສະໂມສອນກອງບັນຊາການທະຫານແຂວງອຸດົມໄຊ ໄດ້ດຳເນີນກອງປະຊຸມຄົບຄະນະພັກຄັ້ງທີ 5 ສະໄໝທີ ​IV
ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະ
ຫານແຂວງອຸດົມໄຊ, ມີຄະນະປະຈຳພັກ, ຄະນະພັກກອງບັນຊາການ, ຄະນະພັກຮາກຖານ, ໜ່ວຍພັກແຕ່ລະກົມກອງທີ່ຂຶ້ນກັບ ແລະ ຄະນະພັກກອງບັນຊາ
ການທະຫານເມືອງ 7 ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ສະຫາຍ ພັນໂທ ຄຳປານ ອີນທຳມະລັດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບໍລິຫານ ໄດ້ຂື້ນຜ່ານຮ່າງບົດສະຫຼຸບການຊີ້ນຳ-ນຳພາ ຂອງອົງ
ຄະນະພັກໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຜົນສໍາເລັດ ແຫ່ງການຊີ້ນໍາຂອງອົງຄະນະ
ພັກກອງບັນຊາການທະຫານແຂວງໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ສະເພາະແມ່ນຄະນະພັກໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-
ແນວຄິດ, ການຝຶກແອບຮ່ຳຮຽນເປັນວຽກງານ ແຖວໜ້າດ້ວຍຫຼາຍວິທີການ, ມາດຕະການໃໝ່, ສູ້ຊົນປັບປຸງແກ້ໄຂໃຫ້ສອດຄ່ອງກັບສະພາບຈຸດພິເສດ
ທີມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ເພີ່ມທະວີປັບປຸງກໍ່ສ້າງພັກ, ຄວາມເປັນເອກະພາບໃນກົມກອງ, ເຊີດຊູຈິດໃຈຄວາມເປັນເຈົ້າຂອງປະເທດ, ຮັກລະບອບ
ໃໝ່, ສ້າງຄວາມເຂັ້ມແຂງ ເປັນກຳລັງແຮງສັງລວມໃນການປັບປຸງກໍ່ສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດ, ທີ່ມີແບບແຜນທັນສະໄໝຂື້ນເທື່ອລະ
ກ້າວ ເພື່ອທຽບທັນກັບສະພາບການໃໝ່.

     ໃນວາລະດຽວກັນນີ້ ຍັງໄດ້ນຳເອົາບັນດາມະຕິມາ ຈັດຕັ້ງເຊື່ອມຊືມເປັນຕົ້ນແມ່ນ: ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີນຳ
ພາຂອງພັກ ແລະ ວ່າດ້ວຍການຍົກສູງວຽກງານການເມືອງນຳພາແນວຄິດໃນໄລຍະໃໝ່, ມະຕິຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະ
ວີ ວຽກງານ ຕິດຕາມ ເກັບກຳສະພາບແນວຄິດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການຄຸ້ມຄອງນາຍ ແລະ ພົນທະຫານທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ເອກະ
ສານຍຸດທະສາດພັດທະນາ 4 ໃຈກາງຮອດປີ 2030, ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ປະກາດແຕ່ງຕັ້ງ ແລະ ຮັບຮອງເອົາໜ່ວຍພັກກອງພັນນ້ອຍ 304
ຕື່ມອີກ.

     ໃນກອງປະຊຸມບັນດາຜູ້ແທນ ຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ຢ່າງກົງໄປກົງມາພ້ອມທັງເປັນເອກະສັນຢ່າງສົມບູນ ຮັບ
ຮອງເອົາທິດທາງແຜນການປະຈຳ 6 ເດືອນທ້າຍປີ 2021 ໃຫ້ສໍາເລັດຕາມແຜນການ.

     ໃນຕອນທ້າຍກອງປະຊຸມ ສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານ
ແຂວງອຸດົມໄຊ ໄດ້ເໜັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການ
ເມືອງໜັກແໜ້ນ, ມີຄວາມເປັນເອກະພາບຕໍ່ແນວທາງຂອງພັກ, ປັບປຸງທັດສະນະຄະຕິ, ຄຸນສົມບັດສີນທຳປະຕິວັດທີ່ຖຶກຕ້ອງ, ມີຄວາມພັກດີຕໍ່ອຸດົມການ
ຂອງພັກ, ມີນ້ຳໃຈເສຍສະລະ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ປັບປຸງແບບແຜນວິທີເຮັດວຽກ, ເພີ່ມທະວີຄວາມສາມັກຄີໃຫ້ໜັກ
ແໜ້ນ, ນຳເອົາເນື້ອໃນຈິດໃຈກອງປະຊຸມ ໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ໃຫ້ໄດ້ຮັບຜົນສຳເລັດ.

ຂ່າວ-ພາບ: ທະນູວັນ
ວັນທີ 27/05/2021