ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາຮາກ​ຖານ ​ແລະ ໜ່ວຍຊາວໜຸ່ມອ້ອມ​ຂ້າງ​ແຂວງ
ທາສີ​ຢູ່​ໂຮງໝໍ ທະຫານ​ແຂວງ ບໍລິ​ຄຳ​ໄຊ


ສະຫາຍ ທອງມະນີ ໂຄດປັນຍາ ນຳພາອ້າຍນ້ອງ ເຂົ້າຮ່ວມທາສີຢູ່ໂຮງໝໍ ທະຫານແຂວງບໍລິຄຳໄຊ

     ໃນວັນທີ 14 ສິງຫາ 2020 ນີ້ ບັນດາຮາກຖານ ແລະ ໜ່ວຍຊາວໜຸ່ມອ້ອມຂ້າງແຂວງ ເຊິ່ງ ນຳພາໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກຳມະການຄະນະບໍລິຫານ
ງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ບໍລິຄຳໄຊ ແລະ ສະຫາຍ ພັນໂທ ບຸນຮອດ ສູນດາລາ ຄະນະພັກກອງບັນຊາການ
ຮອງຫົວໜ້າ ຫ້ອງພະລາທິການທະຫານແຂວງ ບໍລິຄຳໄຊ, ມີບັນດາຄະນະຮາກຖານ ແລະ ໜ່ວຍຕະຫຼອດຮອດສະມາຊິກຊາວໜຸ່ມຈາກອົງການຕ່າງໆ ອ້ອມຂ້າງແຂວງ
ເຂົ້າຮ່ວມ.

     ການສ້າງກິດຈະກຳໃນຄັ້ງນີ້ແມ່ນໄດ້ທາສີອາຄານເຮືອນນອນຂອງຄົນເຈັບ, ສີທີ່ນຳມາທາທັງໝົດປະກອບມີ 6 ຖັງ. ໃນນັ້ນ, ໂຮງໝໍທະຫານແຂວງຊື້ 2 ຖັງ ແລະ ຮາກ
ຖານຊາວໜຸ່ມໂຮງໝໍແຂວງ ບໍລິຄຳໄຊ ຊ່ວຍເຫຼືອ 4 ຖັງ ພ້ອມດ້ວຍອຸປະກອນທາສີລວມມູນຄ່າ 1 ລ້ານກວ່າກີບ. ໃນໂອກາດດັ່ງກ່າວສະຫາຍ ທອງມະນີ ໂຄດປັນຍາ ກໍ
ໄດ້ກ່າວຈຸດປະສົງ ພ້ອມທັງມອບສີໃຫ້ຢ່າງເປັນທາງການ ຈາກນັ້ນ, ສະຫາຍ ພັນໂທ ບຸນຮອດ ສູນດາລາ ກໍໄດ້ກ່າວຄວາມຂອບໃຈທີ່ຊາວໜຸ່ມແຂວງ ແລະ ບັນດາຊາວ
ໜຸ່ມອົງການຕ່າງໆ ອ້ອມຂ້າງແຂວງ ໄດ້ໃຫ້ຄວາມຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງອວຍໄຊໃຫ້ພອນບັນດາສະຫາຍ ຊາວໜຸ່ມຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດ
ໃນໜ້າທີ່ການງານ, ຈາກນັ້ນຄະນະບໍລິຫານງານຊາວໜຸ່ມແຂວງ ຕະຫຼອດຮອດຄະນະຮາກຖານ, ໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທົ່ວອົງການອ້ອມຂ້າງແຂວງ
ກໍໄດ້ພ້ອມກັນທາສີ ແລະ ດຳເນີນໄປເປັນເວລາເຄິ່ງວັນ.