ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພະ​ແນ​ກສື່ສານ ທະ​ຫານ​ແຂວງ​ ບໍລິ​ຄຳ​ໄຊ
ເປີດ​ຊຸດ​ອົບຮົມ-ຫັດ​ແອບ​ການ​ເມືອງ-ການ​ທະຫານ​ໄລຍະ​ສັ້ນ


ສະຫາຍ ພັນໂທ ກ້ອຍ ວົງສາມາດ ເປັນປະທານກອງປະຊຸມ

     ວັນທີ 15 ມິຖຸນາ 2020 ນີ້, ຢູ່ທີ່ສະໂມສອນຂອງກອງຮ້ອຍ 238 ທະຫານແຂວງ ບໍລິຄຳໄຊ ໄດ້ເປີດຊຸດອົບຮົມ-ຫັດແອບການເມືອງ-ການທະຫານ ໄລຍະສັ້ນ ປະ
ຈຳປີ 2020 ຂຶ້ນໂດຍການເປັນທານຂອງ ສະຫາຍ ພັນໂທ ກ້ອຍ ວົງສາມາດ ຮອງຫົວໜ້າ ຫ້ອງເສນາທິການທະຫານແຂວງ ບໍລິຄຳໄຊ, ມີພະແນກສື່ສານ, ຄະນະກອງ
ຮ້ອຍ 238 ແລະ ພະນັກງານທີ່ເຮັດວຽກງານສື່ສານໃນທົ່ວທະຫານແຂວງ ບໍລິຄຳໄຊ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນຕີ ຄອນສະຫວັນ ພະຄູນຫຼວງ ຮອງພະແນກສື່ສານທະຫານແຂວງ ບໍລິຄຳໄຊ ກໍໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບໄລຍະສັ້ນຂອງພະແນກ
ສື່ສານ ປະຈຳປີ 2020 ເຊິ່ງຊຸດອົບຮົມ-ຫັດແອບຊຸດນີ້ຈະໄດ້ດຳເນີນໄປເປັນເວລາ 5 ວັນ, ເນື້ອໃນທີ່ນຳມາອົບຮົມ-ຫັດແອບ ປະກອບມີ 4 ບົດຄື: ອົບຮົມເຄື່ອງໝາຍການ
ທະຫານ ແລະ ເຄື່ອງໝາຍເຫຼົ່າຮົບສື່ສານ, ຮຽນວິທີສ້າງແຜນການສູ້ຮົບ ຂອງສື່ສານ, ຮຽນບາດກ້າວກະກຽມໃຫ້ຜູ້ບັນຊາລົງຄວາມຕັດສິນໃຈສູ້ຮົບ.

     ຈາກນັ້ນ ສະຫາຍ ພັນໂທ ກ້ອຍ ວົງສາມາດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງເຊິ່ງໄດ້ ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນໃນການອົບຮົມ-ຫັດແອບ
ເພາະວ່າເປັນວຽກໜຶ່ງຂອງກຳລັງປະກອບອາວຸດຂອງພວກເຮົາ ເພື່ອເຝິກຝົນຕົນເອງໃຫ້ມີຄວາມຊຳນິຊຳນານໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ແລະ ຍັງໄດ້ຮຽກ
ຮ້ອງໃຫ້ພະນັກງານທີ່ມາອົບຮົມຄັ້ງນີ້ຈົ່ງເອົາໃຈໃສ່ໃນການເກັບກຳບົດຮຽນຕ່າງໆ ທີ່ຕົນໄດ້ອົບຮົມ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃຫ້ໄດ້ຮັບປະສິດທິ
ຜົນສູງຂຶ້ນກວ່າເກົ່າ, ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະໜ້າ ແລະ ຍາວນານ.