ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ​ເງີ​ນສົ່ງ​ເສີມ​ໃຫ້​ພະນັກງານ​ບຳນານ


ພິທີມອບເງິນສົ່ງເສີມໃຫ້ພະນັກງານບຳນານ

     ເພື່ອປະຕິບັດຕາມຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບບໍານານ ດັ່ງນັ້ນ, ໃນວັນທີ 21 ມັງກອນ 2020 ນີ້ ໂຮງຮຽນ 301 ຈຶ່ງໄດ້ຈັດພິທີມອບ
ເງິນສົ່ງເສີມໃຫ້ພະນັກງານບຳນານ ຈໍານວນ 2 ສະຫາຍ, ເຊິ່ງເງິນມາມອບໃນຄັ້ງນີ້ມີທັງໝົດ 45 ລ້ານກວ່າກີບ. ກ່າວມອບ ໂດຍສະຫາຍ ພັນໂທ ຄໍາເຫຼັກ ເພັດສີສົມພູ ເລ
ຂາຄະນະພັກຮາກຖານ ຫົວໜ້າ ການເມືອງໂຮງຮຽນ 301 ແລະ ກ່າວຮັບແມ່ນ ສະຫາຍ ພັນໂທ ຄໍາສາຍ ຈັນຫາລາດ ອາດີດຫົວໜ້າ ການທະຫານໂຮງຮຽນ 301, ມີພະ
ນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ, ການມອບເງິນສົ່ງ​ເສີມໃຫ້ພະນັກງານບໍານານໃນຄັ້ງນີ້ລວມມີ 2 ສະຫາຍຄື: ພັນໂທ 1 ສະຫາຍ ແລະ ພັນຕີ 1 ສະຫາຍ.

     ໃນໂອກາດນີ້ ສະຫາຍ ພັນ​ໂທ ຄໍາເຫຼັກ ເພັດສີສົມພູ ກໍໄດ້ສະແດງຄວາມຊົມເຊີຍຕໍ່ພະນັກງານ 2 ສະຫາຍ ທີ່ໄດ້ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານ
ໃນເມື່ອກ່ອນ ແລະ ປະຕິບັດສອງໜ້າທີ່ຍຸດທະສາດ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ເຊິ່ງມັນເປັນການສະແດງເຖິງກຽດສັກສີຂອງກົມກອງທີ່ມີພະນັກງານດີເດັ່ນ -
ຫ້າວຫັນ ພ້ອມທັງເນັ້ນໜັກໃຫ້ເປັນກໍາລັງແຮງສຶກສາອົບຮົມພະນັກງານ -ລູກຫຼານປະຊາຊົນຢູ່ຮາກຖານທ້ອງຖິ່ນຂອງຕົນ ເພື່ອໃຫ້ເຂົາເຈົ້າກາຍເປັນຮຸ່ນສືບທອດ ແລະ ເປັນ
ກໍາລັງແຮງອັນສໍາຄັນໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່.