ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການຈັດຕັ້ງມະຫາຊົນ ກອງພັນ 233 ຈັດ​ຕັ້ງ​ການ​ປ່ອຍ​ປາ​ຢູ່ໝວດປ້ອງ​ກັນ​ສະໜາມຍິງ​ປືນ


ສະຫາຍ ພັນໂທ ຈຳພອນ ຫຼ້າມີໄຊ ​ເຂົ້າ​ຮ່ວມ​ພິທີ​ປ່ອຍ​ປາ

     ວັນທີ 22 ກໍລະກົດ 2020 ນີ້ ຄະນະບໍລິຫານງານຊາວໜຸ່ມ ກອງພັນ 233 ທີ່ຂຶ້ນກັບ ກົມ 213 ໄດ້ຈັດຕັ້ງການປ່ອຍປາໃສ່ໝອງປາລວມ ຢູ່ທີ່ໝວດສະໜາມຍິງ
ປືນ ເນື່ອງໃນໂອກາດວັນປ່ອຍສັດນໍ້າ, ສັດປ່າ ແຫ່ງຊາດ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ຈຳພອນ ຫຼ້າມີໄຊ ຄະນະພັກຮາກຖານ ຫົວໜ້າ ພະລາທິການກອງພັນ
233, ມີສະຫາຍ ພັນຕີ ສີທອນ ຈິດຕະພອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກອງພັນ 233, ມີສະຫາຍ ຮ້ອຍເອກ ລິນທອງ ສີຫາວົງ ຫົວໜ້າ ໝວດປ້ອງກັນສະ
ໜາມຍິງປືນມີຄະນະສະຫະພັນແມ່ຍິງກອງພັນ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.

     ປາທີ່ນຳມາປ່ອຍໃນຄັ້ງນີ້ມີປານິນ, ປາໄນ, ປາເກັດແລບ, ປາກົມ ລວມທັງໝົດ ຈຳນວນ 14.000 ໂຕ, ພ້ອມນັ້ນຍັງໄດ້ສ້າງຂະບວນການແຂ່ງຂັນກີລາເປຕັງຮ່ວມ
ກັບກົມກອງເພື່ອນອ້ອມຂ້າງ ແລະ ອຳນາດການປົກຄອງບ້ານສົມສະຫວັນ ກຸ່ມ ຫົວຊຽງ.

     ໃນການຈັດຕັ້ງປ່ອຍປາຄັ້ງນີ້, ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ, ຂອງພັກຂອງກອງທັບ ແລະ ວັນອະນຸຮັກສັດນໍ້າ, ສັດປ່າແຫ່ງຊາດ,
ພ້ອມນັ້ນເພື່ອຮັບປະກັນວຽກງານ 4 ປູກ, 4 ລ້ຽງ ຢູ່ພາຍໃນກົມກອງໃຫ້ມີຄວາມເຂັ້ມແຂງເພິ່ງຕົນເອງ, ກຸ້ມຕົນເອງຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະ
ຊວງປ້ອງກັນປະເທດວາງອອກໃຫ້ໄດ້ຮັບໝາກຜົນສູງ.