ກອງທັບເຮືອອິນໂດເນເຊຍ ປະກອບອາວຸດ ໃສ່ກຳປັ່ນໂຈມຕີ
ສຳນັກຂ່າວ ເຈນ ລາຍງານໃນວັນທີ 4 ມັງກອນນີ້ວ່າ: ບໍລິສັດກໍ່ສ້າງກຳປັ່ນ PT PAL ຂອງອິນໂດເນເຊຍ ໄດ້ປະກອບອາວຸດຍຸດໂທປະກອນ ໃສ່ກຳປັ່ນໂຈມຕີໄວຈຳ
ນວນ 3 ລຳຄືກຳປັ່ນລຸ້ນ KCR-60M (FAC), KRI Halasan (630) ແລະ KRI Kerambit (627). ການຕິດຕັ້ງອາວຸດໃສ່ກຳປັ່ນໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງຂະ
ບວນການຍົກລະດັບຄຸນນະພາບຂອງກອງທັບເຮືອອິນໂດເນເຊຍໃຫ້ດີຂຶ້ນເປັນກ້າວໆ ໂດຍໄດ້ເລີ່ມຕົ້ນ ການຕິດຕັ້ງແຕ່ເດືອນເມສາ ແລະ ສຳເລັດໃນວັນທີ 27 ທັນວາ
2022 ທີ່ຜ່ານມາ ແລະ ຫຼ້າສຸດໄດ້ນຳໄປ ທົດລອງແລ່ນຢູ່ທ່າເຮືອຂອງ ກອງທັບແລ້ວ. ໂດຍອາວຸດທີ່ນຳມາຕິດຕັ້ງໃນຄັ້ງນີ້ແມ່ນ ໄດ້ນຳໃຊ້ປືນ 57 ມມ ເຫຼົ່ານີ້ປ່ຽນແທນ
ປືນໃຫຍ່ Bofors 40 ມມ ກະບອກເກົ່າທີ່ຕິດຕັ້ງຢູ່ໃນຕຳແໜ່ງຫຼັກຂອງກຳປັ່ນ KRI Halasan (630) ແລະ KRI Kerambit (627), ແລະ ຕິດຕັ້ງອາວຸດລະບົບ Mk3
ສຳລັບເຮືອ KCR-60M
ແຫຼ່ງທີ່ມາ: ໜັງສືພິມກອງທັບ