ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ ຕົກລົງ ຂາຍ​ເຮືອບິນ​ສູ້​ຮົບ F-50 ໃຫ້​ແກ່​ກອງທັບ​ໂປ​ໂລຍ


    ສຳນັກ​ຂ່າວ ເຈນ ລາຍ​ງານ​ໃນ​ວັນ​ທີ 28 ກັນຍາ​ນີ້​ວ່າ: ພາຍຫຼັງ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ ​ໂປ​ໂລຍ ​ປຶກ​ສາ​ຫາລືຮ່ວມ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ ສ ເກົາຫຼີ​ ກ່ຽວ​ກັບ​ລາຍ​ລະອຽດ​ທີ່​ຈະ​ສັ່ງ​ຊື້​ເຮືອບິນ​ສູ້​ຮົບ F-50, ກອງທັບ​ໂປ​ໂລຍ ໄດ້​ເຫັນ​ດີ​ສັ່ງ​ຊື້​ ແລະ ສ ເກົາຫຼີ ກໍ​ເຫັນ​ດີ​ທີ່​ຈະ​ຂາຍ​ເຮືອບິນດັ່ງກ່າວ ພ້ອມ ​
ທັງຈະ​ເປີດ​ຊຸດອົບ​ຮົບກ່ຽວກັບເຕັກນິກ ແລະ ການໃຊ້ງານ​ໃຫ້​ແກ່ເຈົ້າ​ໜ້າທີ່​ວິຊາ​ສະເພາະ​ຂອງ​ໂປ​ໂລຍ ແຕ່​ບໍ່​ທັນ​ລະບຸ​ຈຳນວນ ແລະ ມູນ​ຄ່າ, ເພາະ​ຍັງ​ຢູ່​ຂັ້ນ ​ ຕອນ​ຂອງ​ການ​ເຮັດ​ຂໍ້​ຕົກລົງ.

     ສຳລັບ​ເຮືອບິນ​ສູ້​ຮົບລຸ້ນ F-50 ນີ້​ ຖືກ​ຜະລິດ​ຂຶ້ນ​ເມື່ອ​ປີ 2001 ໂດຍ​ບໍລິສັດ​ສັນຊາດ ສ ເກົາຫຼີ ເຊິ່ງປະກອບ​ມີ​ຫຼາຍ​ລຸ້ນ ​ແຕ່​ລະ​ລຸ້ນ​ແມ່ນ​ຂຶ້ນ​ກັບ​ປະ ເທດ​ນັ້ນ​ຈະ​ເປັນ​ຜູ້​ອອກ​ແບບ​ໃຫ້​ເປັນ​ເອກະລັກ​ສະເພາະ, ​ຕາມ​ມາດຕະຖານ​ແລ້ວ​ເຮືອບິນ​ສູ້​ຮົບ​ລຸ້ນ​ນີ້​ຈະ​ມີ​ນ້ຳໜັກ​ປະມານ 6,5 ໂຕນ, ມີ​ລວງ​ກວ້​​າງ​ລວມ​ ທັງ​ປີກ​ສອງ​ດ້ານ 9,45 ແມັດ, ລວງ​ຍາວ 13,14 ແມັດ, ລວງ​ສູງ 4,94 ແມັດ, ບັນທຸກ​ພົນ​ຂັບ​ໄດ້ 2 ຄົນ, ສາມາດ​ບິນ​ໃນ​ຄວາມ​ໄວ​ສູງ​ສຸດ​ປະມານ 1.837 ກິ​ໂລ​​​ແມັດ​ຕໍ່​ຊົ່ວໂມງ ແລະ ບິນ​ໃນ​ເພດານ​ບິນ​ສູງ​ສຸດ 14 ກິໂລແມັດ. ສ່ວນ​ອາວຸດ​ປະກອບ​ມີລູກ​ສອນ​ໄຟ​ຕໍ່ຕ້ານ​ເຮືອ​ສູ້​ຮົບແບບອາກາດ​ສູ່​ພຶ້ນ, ລະເບີດ​ແບບເອັມ​ເຄ 82 ຈຳນວນ 12 ລູກ. ນອກຈາກນີ້​, ຍັງ​ສາມາດ​ຕິດ​ຕ້ັງລູກສອນໄຟ​ແບບ​ຕໍ່ຕ້ານ​ລົດ​ຕັງໄດ້​ອີກ​ດ້ວຍ.

     

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/10/2022