ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ​ສືບຕໍ່​ຖືຫຸ້ນ​ ໃນ​ໂຄງການ​ພະລັງງານ​ຂອງ​ຣັດ​ເຊຍ


ສຳນັກ​ຂ່າວ​ຊິນ​ຮວາ​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 1 ກັນຍາ​ນີ້, ບໍລິສັດ Mitsui & Co ຂອງ​ຍີ່ປຸ່ນ ໄດ້​ຢືນຢັນວ່າ, ຣັດເຊຍ ຕົກລົງ​ໃຫ້​ບໍລິສັດ​ນີ້​ຖື​ຫຸ້ນ 12,5% ໃນ​ຜ ູ້​ ປະກອບ​ການ​ໃໝ່​ຂອງ​ໂຄງການ​ນ້ຳມັນ ແລະ ແກ​​໊ດ "Sakhalin 2". ລັດຖະບານ​ຍີ່ປຸ່ນ​ໃຫ້​ຮູ້​ວ່າ, ການ​ສືບຕໍ່​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະ​ກິດ​ຍີ່ປຸ່ນ​ໃນ​ໂຄງການ​ນີ້​ ແມ່ນ​ມີ​ຜົນ​ດີ​ຕໍ່​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ການ​ສະໜອງ​ພະລັງງານ​ພາຍ​ໃນ​ປະເທດ. ເຖິງ​ແມ່ນ​ວ່າ​ບັນດາ​ປະເທດ​ຕາເວັນຕົກ​ທີ່​ໄດ້​ຫຼຸດຜ່ອນ​ຫຼື​ຫ້າມ​ບໍ່​ ໃຫ້​ນຳ​ເຂົ້າ​ພະລັງງານ​ຂອງ​ຣັດ​ເຊຍ, ແຕ່​ຍີ່ປຸ່ນ​ມີ​ທ່າ​ອຽງທີ່​ຈະ​ສືບຕໍ່​ຮັກສາ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ລະຫວ່າງ​ຍີ່ປຸ່ນ-ຣັດ​ເຊຍ. ທ່ານ ຟູ​ມິ​ໂອ ກິ​ຊິ​ດະ ນາຍົກ ລັດຖະມົນຕີ​ຍີ່ປຸ່ນ ກ່າວ​ວ່າ, ທ່ານ​ຈະ​ບໍ່​ຖອນ​ຕົວ​ອອກ​ຈາກ​ໂຄງ ການ "Sakhalin 2" ເພາະວ່າ​ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງ ງານ​ຂອງ​ຍີ່ປຸ່ນ. ປັດຈຸບັນ, ຜົນ​ກະທົບ​ຕໍ່ຕ້ານ​ການ​ລົງໂທດ​ຂອງ​ປະເທດ​ຕາເວັນຕົກ​ຕໍ່​ຣັດ​ເຊຍ​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ, ລາຄາ​ພະລັງງານ​ ແລະ ສິນຄ້າ​ຂອງ​ຫຼາຍ ​ປະເທດ​ໄດ້​ເພີ່ມ​ຂຶ້ນ, ຄ່າ​ໃຊ້​ຈ່າຍ​ຂອງ​ປະຊາຊົນ​ກໍເພີ່ມ​ຂຶ້ນ​ໄປ​ຕາມໆ​ກັນ. ໃນ​ຖານະ​ເປັນ​ຜູ້​ຖື​ຫຸ້ນ​ຕົ້ນ​ສະບັບ​ຂອງ​ໂຄງການ​ນໍ້າມັນ ແລະ ແກ​​ັສ "Sakhalin 2", ບໍ ລິສັດ Mitsui & Co ໄດ້​ຍື່ນ​ຄຳ​ຮ້ອງ​ຂໍ​ຕໍ່​ລັດຖະບານ​ຣັດ​ເຊຍ​ເພື່ອ​ສືບຕໍ່​ການ​ລົງທຶນໃນ​ວັນ​ທີ 25 ສິງ ຫາ​ຜ່ານ​ມາ​ນີ້ ແລະ ​ໄດ້​ຮັບ​ການ​ຕອບ​ຮັບ​ໃນ​ທາງ​ ບວກ​ຈາກ​ຝ່າຍ​ຣັດ​ເຊຍ, ໂດຍ​ຍັງ​ຮັກສາ​ຫຸ້ນ​ຂອງ​ບໍລິ ສັດ​ໃນ​ຜູ້​ປະກອບ​ການ​ໃໝ່​ຄົງ​ທີ່​ຄືເກົ່າ. ໂຄງການ "Sakhalin 2" ແມ່ນ​ຕັ້ງ​ຢູ່​ເກາະ Sakhalin ໃນ ​ພາກ​ຕາເວັນ​ອອກ​ຂອງ​ຣັດ​ເຊຍ, ປະກອບ​ດ້ວຍ​ການ​ສະຫງວນ​ນ້ຳມັນ​ປະມານ 100 ລ້ານ​ໂຕນ ແລະ​ ແຫຼ່ງ​ສະຫງວນ​ອາຍ​ແກ​​ັສ​ທຳ​ມະ​ຊາດ​ຫຼາຍ​ກວ່າ400ຕື້​ ແມັດ​ກ້ອນ. ຍີ່ປຸ່ນ​ເປັນ​ປະເທດ​ທີ່​ນຳ​ເຂົ້າ​ພະລັງ ງານ​ຈາກ​ຣັດ​ເຊຍ​ປະມານ 9% ແລະ ​ໃນ​ນັ້ນ​ເກືອບ​ທັງ​ໝົດ​ແມ່ນ​ມາ​ຈາກ​ໂຄງການ Sakhalin 2.