ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

Yasen ກຳປັ່ນດຳນໍ້າພະລັງງານນິວເຄລຍ ທີ່ທັນສະໄໝຂອງຣັດເຊຍ


    ສຳນັກຂ່າວ ເຈນ ລາຍງານໃນວັນທີ 29 ພະຈິກນີ້ວ່າ: ຫຼັງຈາກທີ່ຣັດເຊຍສຳເລັດການສ້າງ ກຳປັ່ນດຳນ້ຳພະລັງງານນິວເຄລຍ ລຸ້ນຢາຊີນ ກາຍເປັນກຳ ປັ່ນດຳນໍ້າພະລັງງານນິວເຄລຍ ລຳທີ 4. ໃນປັດຈຸບັນນີ້, ກຳປັ່ນດຳນ້ຳລຸ້ນນີ້ມີປະຈຳການໃນກອງທັບເຮືອຣັດເຊຍແລ້ວ ຈຳນວນ 3 ລຳ. ສຳລັບກຳປັ່ນດຳນ້ຳ ປະເພດນີ້, ຖືກຜະລິດຂຶ້ນພາຍໃຕ້ໂຄງການ Project 885 Yasen and  Project 885M Yasen-M  ເຊິ່ງເລີ່ມຜະລິດລຳທຳອິດໃນປີ 1993 ເປັນ ຕົ້ນມາ, ຈາກນັ້ນ ກໍໄດ້ມີປັບປຸງແກ້ໄຂໃຫ້ທັນສະໄໝ ແລະ ສອດຄ່ອງກັບສະພາບພູມີປະເທດ, ຕາມແຜນການແລ້ວ ກອງທັບເຮືອຣັດເຊຍຈະຜະລິດກຳປັ່ນ ດັ່ງກ່າວຈຳນວນທັງໝົດ 4 ລຳ ນັ້ນໝາຍຄວາມວ່າກໍ່າປັ່ນລຳນີ້ຈະເປັນລຳສຸດທ້າຍ, ແຕ່ຄາດວ່າຣັດເຊຍຈະມີການຜະລິດກຳປັ່ນລຸ້ນທີ່ສຳລັບສົ່ງອອກອີກຈຳ ນວນໜຶ່ງ. ກຳປັ່ນດຳນ້ຳພະລັງງານນິວເຄລຍນີ້ມີນ້ຳໜັກປະມານ 8.600 ໂຕນ ສາມາດບັນທຸກນ້ຳໜັກລວມໄດ້ 14.000 ໂຕນ, ມີລວງຍາວ 139 ແມັດ ລວງກວ້າງ 13 ແມັດ, ສາມາດແລ່ນດ້ວຍຄວາມໄວສູງສຸດ 65 ກິໂລແມັດຕໍ່ຊົ່ວໂມງ, ແຕ່ຖ້າແລ່ນຢູ່ໃຕ້ນໍ້າແມ່ນມີຄວາມໄວປະມານ 47 ກິໂລແມັດຕໍ່ຊົ່ວ ໂມງ. ສ່ວນດ້ານອາວຸດສາມາດຕິດຕັ້ງຂີປະນາວຸດຕິດຫົວຮົບນິວເຄລຍ, ມີຂີດຄວາມສາມາດໃນໂຈມຕີເປົ້າໝາຍໄດ້ຢ່າງຖືກຕ້ອງ, ມີລະບົບຣາດາປ້ອງກັນ ກວດຈັບເປົ້າໝາຍຝ່າຍກົງກັນຂ້າມໄດ້ຈາກໄລຍະໄກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/12/2022