ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຣານ ປະຕິເສດການຜະລິດ ທາດຢູເຣນຽມເຂັ້ມຂຸ້ນ


   ສໍານັກຂ່າວຫວຽດນາມນິວ ລາຍງານວັນທີ 22 ກຸມພານີ້ວ່າ: ອີຣານ ໄດ້ປະຕິເສດຕໍ່ລາຍງານທີ່ວ່າປະເທດຕົນພວມດໍາເນີນການຜະລິດທາດຢູເຣນຽມ ເຂັ້ມຂຸ້ນ 84% ເພື່ອສ້າງອາວຸດນິວເຄຼຍ. ກ່ອນໜ້ານີ້, ໄດ້ມີລາຍງານວ່າ, ບັນດາອົງການກວດການິວເຄລຍຂອງອົງການສະຫະປະຊາຊາດໄດ້ກວດພົບທາດ ຢູເຣນຽມເຂັ້ມຂຸ້ນເຖິງ 84% ຢູ່ໂຮງງານນິວເຄຼຍຂອງອີຣານ, ແຕ່ອີຣານກໍປະຕິເສດຕໍ່ບັນຫາດັ່ງກ່າວມາຕະຫຼອດ ແລະ ກ່າວວ່າໂຄງການນິວເຄລຍຂອງຕົນ ແມ່ນດໍາເນີນຂຶ້ນໃນທາງສັນຕິ. ໂຄສົກຂອງອົງການພະລັງງານປະລິມານູຂອງອີຣານໄດ້ອອກມາເປີດເຜີຍວ່າ: ມາຮອດປັດຈຸບັນນີ້, ອີຣານບໍ່ມີຄວາມພະຍາ ຍາມໃດໆໃນການກັ່ນຕອງທາດຢູເຣນຽມເກີນ 60% ແລະ ການດໍາເນີນການຜະລິດທາດດັ່ງກ່າວທີ່ຜ່ານມາກໍບໍ່ໄດ້ຫມາຍຄວາມວ່າອີຣານຈະຜະລິດທາດຢູ ເຣນຽມເຂັ້ມຂຸ້ນເຖິງ 84% ຕາມການກ່າວຫາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 07/03/2023