ກອງທັບອາກາດສະວິດ ຈະໄດ້ຮັບລະບົບປ້ອງກັນໄພທາງອາກາດເພີ່ມ
ເວັບໄຊທ໌ການທະຫານຕ່າງປະເທດລາຍງານວ່າ: ກອງທັບອາກາດສະວິດໄດ້ຮັບເຮືອບິນໄຮ້ຄົນຂັບ ຫຼື ໂດຣນ ແບບ Hermes 900 ຈຳນວນ 2 ລຳທຳ ອິດ ຈາກບໍລິສັດສັນຊາດອິດສະຣາແອນ ເພື່ອມາເພີ່ມຄວາມປອດໄພໃຫ້ກັບນ່ານຟ້າຂອງປະເທດ. ທາງດ້ານໜ່ວຍງານບໍລິຫານຂອງກະຊວງປ້ອງກັນປະ ເທດໄດ້ຮັບຮອງເອົາແຜນການສັ່ງຊື້ ເພາະມັນມີຄວາມຈຳເປັນໃນການເພີ່ມຂີດຄວາມສາມາດໃນການປະຕິບັດງານລາດຕະເວນຕາມຊາຍແດນ. ທາງດ້ານບໍ ລິສັດ Elbit Systems ໄດ້ຮັບສັນຍາການສັ່ງຊື້ອາວຸດຈາກກອງທັບສະວິດເປັນມູນຄ່າປະມານ 200 ລ້ານໂດດາສະຫະລັດ ເພື່ອຈັດຊື້ລະບົບປ້ອງກັນໄພ ແບບ Hermes 900 ທັງໝົດ 6 ລຳ, ແຕ່ມີການມອບຮັບເບື້ອງຕົ້ນຈຳນວນ 2 ລຳ ສ່ວນທີ່ເຫຼືອຈະມີການມອບຮັບພາຍໃນກາງປີ 2023 ຕາມການເຊັນ ສັນຍາຂອງສອງຝ່າຍ. ທັງນີ້ກອງທັບອາກາດສະວິດຍັງມີແຜນເປີດກ້ວາງສຳລັບໂດຣນລາດຕະເວນຈາກບໍລິສັດສັນຊາດອິດສະຣາແອນ ເພື່ອໃຊ້ເຂົ້າໃນວຽກ ງານປ້ອງກັນຄວາມສະຫງົບຕາມຊາຍແດນ ແລະ ບັນເທົາທຸກໃຫ້ກັບສາທາລະນະ. Hermes 900 ສາມາດເຮັດໄດ້ຫຼາກຫຼາຍໜ້າທີ່ ໂດຍມັນສາມາດ ສອດແນມ ແລະ ສົ່ງຂໍ້ມູນກັບສູນປະຕິບັດການໄດ້ເປັນຢ່າງດີ, ສາມາດບິນໄດ້ເປັນເວລາຫຼາຍຊົ່ວໂມງ, ມີການຕິດຕັ້ງອາວຸດທີ່ ສາມາດດັບສູນເປົ້າໝາຍຢູ່ ໃນໄລຍະພິໄສກາງ ແລະ ໃກ້ໄດ້ ນອກນັ້ນ ມັນຍັງຕິດຕັ້ງຈະຫຼວດໂຈມຕີຈາກອາ ກາດສູ່ອາກາດ ແລະ ອາກາດສູ່ພຶື້ນຖືວ່າເປັນອາວຸດທາງທະຫານທີ່ສາມາດ ເຮັດວຽກໄດ້ຫຼາຍແບບສະນັ້ນມັນຈຶ່ງເປັນທີ່ຕ້ອງການຂອງກອງທັຍອາກາດສະວິດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/03/2023