ດານມາກ ມີແຜນສັ່ງຊື້ປືນໃຫຍ່ ແລະ ເຄື່ອງຍິງຈະຫຼວດ
ຕາມການເປີດເຜີຍຢ່າງເປັນ ທາງການຂອງບໍລິສັດ Elbit Systems ໃນວັນທີ 2 ມີນາ ວ່າ: ໄດ້ຮັບສັນຍາມູນຄ່າສັ່ງຊື້ລວມ 252 ໂດລາສະຫະລັດ ສຳ ລັບການຈັດຫາລະບົບຈະຫຼວດ ແລະ ປືນໃຫຍ່ໃຫ້ກັບກອງທັບດານມາກ. ໂດຍທາງບໍລິສັດຜະລິດອາວຸດຈະຈັດຫາປືນໃຫຍ່ອັດຕາຈອນຂະໜາດ 155 ມມ ລຸ້ນ ATMOS ຕາມສັນຍາຈະມີການແບ່ງເປັນສອງສະບັບຄື: ສະບັບທຳອິດມີມູນຄ່າ 119 ລ້ານໂດລາສະຫະລັດສຳລັບປືນໃຫຍ່ ແລະ ສະບັບທີສອງ 133 ລ້ານ ໂດລາສະຫະລັດສຳລັບຈະຫຼວດ. ATMOS ເປັນປືນໃຫຍ່ອັດຕາຈອນ ທີ່ມີລະບົບຂັບເຄື່ອນດ້ວຍລໍ້ຢາງທີ່ສາມາດຍິງກະສຸນຂະໜາດ 155 ມມ ແລະ ສາມາດຮອງຮັບກະ ສຸນຈາກກຸ່ມນາໂຕ້ໄດ້, ມີໄລຍະຍິງໄກ 40 ກິໂລແມັດ ແລະ ມັນສາມາດຍິງໄດ້ໄກຂຶ້ນຖ້າຍິງດ້ວຍກະສຸນທີ່ໃຊ້ຄວາມດັນ ຊ່ວຍ. ສຳລັບເຄື່ອງຍິງຈະຫຼວດ PULS ສາມາດຍິງໄດ້ທັງຈະຫຼວດນຳວິຖີ ແລະ ລູກຈະຫຼວດທຳມະດາ ເຊິ່ງມີໄລຍະຍິງຕັ້ງແຕ່ 12-300 ກິໂລແມັດ ທີ່ສຳ ຄັນລະບົບຈະຫຼວດຊະນິດນີ້ສາ ມາດປັບໃຫ້ເຂົ້າກັບທີ່ຕັ້ງຂອງຈະຫຼວດທີ່ຢູ່ເທິງລົດບັນທຸກລໍ້ຢາງ ເຮັດໃຫ້ຫຼຸດຄ່າໃຊ້ຈ່າຍໃນການບຳລຸງຮັກສາໃນການເຝິກ ອົບຮົມ ແລະ ໃນເວລາສູ້ຮົບໂຕຈິງໄດ້.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/03/2023